Manufacturing

ການທ່ອງທ່ຽວ

ສອງຊາດເພື່ອນບ້ານກຽມເປີດປີທ່ອງທ່ຽວລາວ-ຈີນ 2019

ລາວ ແລະ ຈີນຕົກລົງໃນການເປີດປີທ່ອງທ່ຽວລາວ-ຈີນ 2019 ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຕາມການລາຍງານຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ພະພຸດທະຮູບເກົ່າທີ່ຊຽງຂວາງຮ່ອງຮອງຂອງສົງຄາມດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງທ້ອງຖິ່ນລາຍງານວ່ານັກທ່ອງທ່ຽວຈຳນວນຫຼາຍທີ່ເດີນທາງມາຊຽງຂວາງມັກໄປທ່ຽວຊົມພະພຸດທະຮູບໃຫຍ່ທີ່ວັດເພຍວັດ ເຊິ່ງຫຼົງເຫຼືອຮ່ອງຮອຍຈາກການຖິ້ມລະເບີດຂອງອາເມລິກາໃນສະໄໝສົງຄາມອິນດູຈີນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ພາກລັດ ແລະ ເອກະຊົນຫາລືວິທີການໃນການປັບປຸງການທ່ອງທ່ຽວ

 ເຈົ້າໜ້າທີ່ລັດຖະບານ ຮ່ວມປະຊຸມກັບບັນດາຫົວໜ່ວຍທຸລະກິດໃນວັນສຸກທີ່ຜ່ານມາ ເພື່ອຫາລືກ່ຽວກັບການພັດທະນາ ແລະ ບັນຫາໃນອຸດສະຫະກຳການທ່ອງທ່ຽວ ກໍຄືເພື່ອແລກປ່ຽນແນວຄິດໃນການປັບປຸງການບໍລິການທາງດ້ານການທ່ອງທ່ຽວສຳລັບຊ່ວງເວລາທີ່ຍັງເຫຼືອຂອງປີທ່ອງທ່ຽວລາວ 2018.ກອງປະຊຸມດັ່ງກ່າວແມ່ນແນໃສ່ການປັບປຸງຄຸນນະພາບຂອງການບໍລິການທ່ອງທ່ຽວ ແລະ ປັບປຸງການຕ້ອນຮັບນັກທ່ອງທ່ຽວ ກໍຄືສ້າງຄວາມປະທັບໃຈໃນມາດຕະຖານຂອງການບໍລິການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວລາວເພີ່ມຂຶ້ນໃນຊ່ວງ 9 ເດືອນຂອງປີ 2019

ນັກທ່ອງທ່ຽວລາວທັງພາຍໃນ ແລະ ຕ່າງປະເທດມີຈຳນວນເພີ່ມຂຶ້ນໃນຊ່ວງ 9 ເດືອນທຳອິດຂອງປີນີ້ ເມືອ່ສົມທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ, ຕາມຂໍ້ມູນສະຖິຕິຫຼ້າສຸດຂອງລັດຖະບານ.ພາຍໃນ 9 ເດືອນທຳອິດຂອງປີນີ້ ລາວມີຈຳນວນນັກທ່ອງທ່ຽວລວມຫຼາຍກວ່າ 2.9 ລ້ານຄົນ, ເຊິ່ງເພີ່ມຂຶ້ນ 3.2% ທຽບກັບໄລຍະດຽວກັນຂອງປີກາຍ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການທ່ອງທ່ຽວທາງພາກເໜືອຂອງລາວຫວັງບັນລຸມາດຕະຖານການທ່ອງທ່ຽວແບບຊຸມຊົນຂອງອາຊຽນ

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ການທ່ອງທ່ຽວທາງພາກເໜືອຂອງລາວ ໄດ້ທຳການສຶກສາມາດຕະຖານການທ່ອງທ່ຽວໂດຍຊຸມຊົນຂອງອາຊຽນ ກ່ຽວກັບສະຖານທີ່ທ່ອງທ່ຽວທີ່ສຳຄັນ.ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບເຈົ້າໜ້າທີ່ພະແນກທ່ອງທ່ຽວແຂວງບໍ່ແກ້ວ, ອຸດົມໄຊ ແລະ ຫຼວງພະບາງ ໄດ້ຮ່ວມບັ້ນຝຶກອົບຮົມກ່ຽວກັບການຕີລາຄາມາດຕະຖານການທ່ອງທ່ຽວແບບຊຸມຊົນຂອງອາຊຽນ ໃນການທ່ອງທ່ຽວຕັ້ງແຄັມຊົມທະນີ ແຂວງບໍ່ແກ້ວ , ນ້ຳກັດຢໍລະປາ ແຂວງອຸດົມໄຊ ແລະ ຕາດກວາງຊີ ແຂວງຫຼວງພະບາງ.ອ່ານຕໍ່ ...

ສຸກນິລັນດອນ ສຸທິວົງນໍລາດ

ລັດຖະບານປົດລ໋ອກທ່າແຮງຂອງຂະແໜງການທ່ອງທ່ຽວໂດຍສືບຕໍ່ການສົ່ງເສີມ

ລັດຖະບານຢືນຢັນພາລະກິດສືບຕໍ່ສົ່ງເສີມຂະແໜງການທ່ອງທ່ຽວ ເຖິງແມ່ນວ່າການສົ່ງເສີມປີທ່ອງທ່ຽວລາວ 2018 ໃກ້ສິ້ນສຸດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສູນກວດກາເພື່ອສ້າງມາດຕະຖານການບໍລິການການທ່ອງທ່ຽວ

ສູນກວດກາຄຸນນະພາບຜູ້ປະກອບການການທ່ອງທ່ຽວ ແລະ ການບໍລິການ ແຫ່ງທຳອິດໃນລາວຈະໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຍົກລະດັບມາດຕະຖານການໃຫ້ບໍລິການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

Inspiring Laos ເປີດຕົວຢ່າງເປັນທາງການ

ບາງກອກ, 24 ຕຸລາ 2018: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບຫ້ອງການປະສານງານການທ່ອງທ່ຽວແມ່ຂອງ ເປີດຕົວ Inspiring Laos, ເວັບໄຊໃໝ່ເພື່ອສ້າງແຮງຈູງໃຈສຳລັບດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ສປປ ລາວ. ໃນບັນດາຫົກປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ລາວມີຈຳນວນນັກທ່ອງທ່ຽວຫຼຸດລົງໃນຊ່ວງສອງປີຜ່ານມາ.ອ່ານຕໍ່ ...

ດອນ ຣອສ໌

ບຸນຊ່ວງເຮືອນະຄອນຫຼວງວຽງຈັນຈະແຂ່ງຂັນໃນສອງຍ່ານຂອງແມ່ນ້ຳຂອງ

ໜ່ວຍງານຈັດຕັ້ງບຸນຊ່ວງເຮືອປະເພນີທີ່ນະຄອນຫຼວງວຽງຈັນຕົກລົງຍ້າຍການແຂ່ງຂັນເຮືອປະເພດເຮືອປະເພນີ ແລະ ເຮືອສູດຂະໜາດ 55 ສີພາຍຈາກທ່າວັດຈັນໄປແຂ່ງຢູ່ເຂດຍ່ານນ້ຳຂອງທີ່ເລິກກວ່າ.ທ່ານ ສີຫຸນ ສິດທິລືໄຊ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອະທິບາຍລາຍລະອຽດຕໍ່ສື່ມວນຊົນໃນວັນຈັນຜ່ານມາວ່າ ການແຂ່ງຂັນເຮືອປະເພດ 55 ສີພາຍ ເພດຊາຍ ແລະ ເພດຍິງ ໃນວັນພະຫັດນີ້ ຈະຈັດຂຶ້ນໃນເຂດລ້ອງແມ່ນ້ຳຂອງກົງກັນຂ້າມກັບໂຮງແຮມແລນມາກ.ອ່ານຕໍ່ ...

ໄພສີທອງ ຈັນດາລາ

ຄວາມເປັນພື້ນບ້ານ, ທຳມະຊາດ ແລະ ສ້າງສັນຂອງຫຼອດດູດໄມ້ໄຜ່ລາວຄວ້າລາງວັນດ້ານການທ່ອງທ່ຽວ

ກຸ່ມຊາວບ້ານໄຜ່ລາວຈາກຫຼວງພະບາງ ໄດ້ຮັບລາງວັນດີເດັ່ນ ພ້ອມດ້ວຍເງິນລາງວັນສົ່ງເສີມນະວັດຕະກຳ 10,000 ໂດລາ ໃນງານປະກວດນະວັດຕະກຳການທ່ອງທ່ຽວແມ່ຂອງ (MIST) 2018, ເຊິ່ງເປັນການປະກວດກ່ຽວກັບແນວຄິດລິເລີ່ມດ້ານການທ່ອງທ່ຽວພື້ນເມືອງ ທີ່ສະໜັບສະໜູນໂດຍລັດຖະບານອົດສະຄຣາລີ ແລະ ທະນາຄານໂລກ, ທັງມີນັກລົງທຶນໃນຂະແໜງການທ່ອງທ່ຽວຊັ້ນນຳເປັນຄະນະທີ່ປຶກສາ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rBfu2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!