ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
Ecological services
ການນຳໃຊ້ເຕັກໂນໂລຊີ ເພື່ອຈັດການກັບຄວາມສ່ຽງໄພນໍ້າຖ້ວມ, ໄພແຫ້ງແລ້ງ ຢູ່ໃນເຂດລຸ່ມແມ່ນໍ້າຂອງ
ໃນຕົ້ນປີນີ້, ອົງການ MRC ແລະ ສະຖາບັນພັດທະນາເກົາຫຼີ (KDI) ໄດ້ເປີດຕົວໂຄງການຄົ້ນຄ້ວາຮ່ວມກັນພາຍໃຕ້ໂຄງການແບ່ງປັນຄວາມຮູ້ (KSP) 2020-2021. ໂຄງການດັ່ງກ່າວມີຈຸດປະສົງເພື່ອສະແດງໃຫ້ເຫັນການນຳເອົາເຕັກໂນໂລຍີສູງເພື່ອມາຊຸກຍູ້ປະເທດກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ໃນການຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ໂດຍການນໍາໃຊ້ເຕັກໂນໂລຍີດາວທຽມທີ່ທັນສະໄໝ, ປັນຍາປະດິດ (AI) ແລະ ຂໍ້ມູນໃຫຍ່, ມາຊ່ວຍປັບປຸງຍຸດທະສາດການຫຼຸດຜ່ອນ, ການຕອບສະໜອງ ແຜນການເຜີຍແຜ່ຂໍ້ມູນຂ່າວສານ. ອ່ານຕໍ່ທີ່ນີ້ ...
ລາວຊຽນທາມສ໌
ຊາວປະມົງຮຽກຮ້ອງໃຫ້ແກ້ໄຂບັນຫາມົນລະພິດທາງນ້ຳ
ບັນດາສະມາຊິກຂອງຊຸມຊົນຊາວປະມົງຢູ່ບ້ານນາຊັບ, ເມືອງນາຊາຍທອງ, ແຂວງວຽງຈັນ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແກ້ໄຂບັນຫາການຖິ້ມຂີ້ເຫຍື່ອມູນສັດໃນແມ່ນ້ຳຄອນ ເຊິ່ງເປັນສາເຫດເປັນໄພຂົ່ມຂູ່ຕໍ່ການຫາປາ. ແມ່ນ້ຳທີ່ເປັນມົນລະພິດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຈຳນວນ 1,648 ຄົນ ທີ່ອາໃສການຫາປາເພື່ອລ້ຽງຊີບ ແລະ ຍັງເປັນໄພຂົ່ມຂູ່ຕໍ່ການຈະເລີນເຕີບໂຕຂອງປາບາງປະເພດ. ບັນດາຕົວແທນຂອງໝູ່ບ້ານນັ້ນ ເວົ້າວ່າກິ່ນ ແລະ ສິ່ງເປິເປື້ອນດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ແລະ ຮ້າຍແຮງຂື້ນໃນປີນີ້. Read more. ...
ຜູ້ລາຍງານຂ່າວທາມສ