ລາວ, ອິນໂດເນເຊຍ ຍົກສູງການຮ່ວມມືດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ການຮ່ວມມືດ້ານທຸລະກິດລະຫວ່າງລາວ ແລະ ອິນໂດເນເຊຍໄດ້ຮັບການຍົກສູງ ແລະ ການຮ່ວມມືທຸລະກິດຕໍ່ທຸລະກິດກຳລັງໄດ້ຮັບການສົ່ງເສີມ ພາຍໃຕ້ການຮ່ວມມືຢ່າງໃກ້ຊິດລະຫວ່າງລັດຖະບານສອງຊາດ, ຕາມການເປີດເຜີຍຂອງທ່ານລັດຖະມົນຕີ.“ພວກເຮົາກຳລັງເປີດກວ້າງໂອກາດດ້ານທຸລະກິດ ໂດຍສະເພາະສຳລັບລັດວິສາຫະກິດ ລະຫວ່າງສອງປະເທດ,” ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ກ່າວໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານທຸລະກິດລະຫວ່າງບໍລິສັດຂອງອິນໂດເນເຊຍ ແລະ ກຸ່ມບໍລິສັດພົງສະຫວັນ ທີ່ນະຄອນວຽງຈັນຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-indonesia-elevate-business-cooperation-101111

ຜູ້ປະກອບການໜຸ່ມຮຽກຮ້ອງໃຫ້ລັດຖະບານສະໜັບສະໜູນກອງທຶນພິເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມນັກທຸລະກິດໜຸ່ມລາວ (YEAL) ຮຽກຮ້ອງໃຫ້ລັດຖະບານຈັດຕັ້ງກອງທຶນພິເສດ ເພື່ອໃຫ້ນັກທຸລະກິດໜ້າໃໝ່ສາມາດປະກອບສ່ວນໃນການພັດທະນາເສດຖະກິດ.ທາງສະມາຄົມເຊື່ອວ່າ ກອງທຶນດັ່ງກ່າວຈະຊ່ວຍສະໜັບສະໜູນບັນດານັກທຸລະກິດໜຸ່ມທີ່ຕ້ອງການຂະຫຍາຍທຸລະກິດ ແລະ ທຳໜ້າທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໄປສູ່ລະດັບສູງສຸດໃນຊຸມປີຕໍ່ໜ້າ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/young-entrepreneurs-call-lao-govt-back-special-fund-99800

ກຸ່ມນັກທຸລະກິດໜຸ່ມຮຽກຮ້ອງໃຫ້ແນວລາວຊ່ວຍລົບລ້າງອຸປະສັກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວ (YEAL) ຮຽກຮ້ອງໃຫ້ອົງການແນວລາວສ້າງຊາດຊຸກຍູ້ໃຫ້ລັດຖະບານລົບລ້າງອຸປະສັກໃນການດຳເນີນທຸລະກິດ ແລະ ແກ້ໄຂບັນຫາທຸລະກິດທີ່ຍືດເຍື້ອ.ອຸປະສັກທີ່ທາງສະມາຊິກສະມາຄົມໄດ້ປະສົບລວມມີ ການເຂົ້າເຖິງແຫຼ່ງທຶນ, ອັດຕາດອກເບ້ຍເງິນກູ້ສູງ, ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວບໍ່ພຽງພໍສຳລັບນັກທ່ອງທ່ຽວຕ່າງປະເທດ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/young-entrepreneurs-ask-lao-front%E2%80%99s-help-remove-business-barriers-99591

ຜູ້ປະກອບການແມ່ຍິງລາວ, ຍີ່ປຸ່ນແລກປ່ຽນຄວາມຮູ້ກ່ຽວກັບທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທຸລະກິດທີ່ນຳພາໂດຍແມ່ຍິງມີບາດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດລາວ, ເຊິ່ງຊ່ວຍສ້າງໂອກາດໃນການມີວຽກເຮັດງານທຳ ແລະ ສົ່ງເສີມບົດບາດການນຳດ້ານທຸລະກິດ.ເພື່ອເພີ່ມທະວີການປະກອບສ່ວນໃນແວດວົງທຸລະກິດ ຜູ້ປະກອນການແມ່ຍິງລາວຕ້ອງສືບຕໍ່ພັດທະນາທັກສະ ແລະ ບົດຮຽນໃນການບໍລິຫານ ແລະ ຂະຫຍາຍທຸລະກິດໃຫ້ສອດຄ່ອງກັບມາດຕະຖານສາກົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-japan-women-entrepreneurs-exchange-knowledge-business-99326

ນັກທຸລະກິດຍິງລາວຮັບລາງວັນນັກທຸລະກິດດີເດັ່ນລະດັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດຍິງລາວເຂົ້າຮັບລາງວັນນັກທຸລະກິດຍິງດີເດັ່ນອາຊຽນ 2019 ຈາກເຄືອຂ່າຍນັກທຸລະກິດຍິງອາຊຽນ (AWEN) ທີ່ໂຮງແຮມ JW Marriott, ບາງກອກ ປະເທດໄທ ໃນອາທິດແລ້ວນີ້.ເຂົ້າຮ່ວມໃນງານດັ່ງກ່າວມີນັກທຸລະກິດຍິງເກືອບ 90 ຄົນຈາກບັນດາປະເທດອາຊຽນ, ເຊິ່ງໃນນັ້ນມີນັກທຸລະກິດຍິງ 10 ຄົນຈາກລາວ, ເພື່ອແນໃສ່ສົ່ງເສີມບົດບາດຂອງນັກທຸລະກິດຍິງ ແລະ ຮັດແໜ້ນສາຍພົວພັນພາຍໃນເຄືອຂ່າຍ.ອ່ານຕໍ່  ...

ວິສິດ ເທບພະລັດ
http://annx.asianews.network/content/outstanding-lao-businesswomen-receive-regional-award-99035

ວັນນັກທຸລະກິດລາວ ສົ່ງເສີມທ່າແຮງດ້ານທຸລະກິດໃນອະນາຄົດ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດໜຸ່ມ ແລະ ນັກສຶກສາໄດ້ຮຽນຮູ້ວິທີການໃນການຂໍທຶນຈາກທະນາຄານ, ການສ້າງແຜນທຸລະກິດ ແລະ ສຶກສາເພີ່ມເຕີມກ່ຽວກັບການປະກອບການທາງດ້ານທຸລະກິດ ຫຼັງຈາກເຂົ້າຮ່ວມກິດຈະກຳໃນວັນນັກທຸລະກິດລາວ 2019 ທີ່ມະຫາວິທະຍາໄລແຫ່ງຊາດໃນອາທິດແລ້ວນີ້.ງານດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍມະຫາວິທະຍາໄລແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ອົງການຈັດຕັ້ງແຮງງານສາກົນ (ILO), ສະຖານບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI), ແລະ ກົມສົ່ງເສີມທຸລະກິດ SME ຂອງກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

ສະມາຄົມທຸລະກິດລາວ,​ ຫວຽດນາມລົງນາມໃນຂໍ້ຕົກລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມທຸລະກິດລາວ ແລະ ຫວຽດນາມຈະຮ່ວມມືກັນເພື່ອສົ່ງເສີມການຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍືນຍົງຂອງເສດຖະກິດລາວ ເຊິ່ງເປັນສ່ວນໜຶ່ງຂອງເປົ້າໝາຍຮ່ວມໃນເພື່ອໄປສູ່ຄວາມຈະເລີນຮຸ່ງເຮືອງ.ສະມາຄົນນັກທຸລະກິດໜຸ່ມລາວ (YEAL) ແລະ ສະມາຄົມທຸລະກິດຫວຽດນາມເພື່ອການຮ່ວມມື ແລະ ການລົງທຶນໃນລາວ (BACI) ໄດ້ຕົກລົງຮ່ວມງານກັນເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດລາວຢ່າງຍືນຍົງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ລາວ, ຈີນຮັດແໜ້ນສາຍສຳພັນດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດໜຸ່ມລາວ ແລະ ຈີນໄດ້ຕົກລົງພັດທະນາສາຍພົວພັນດ້ານທຸລະກິດລະຫວ່າງສອງຊາດ ເພື່ອເສີມຂະຫຍາຍໂອກາດທາງດ້ານການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ.ໂຄງການດັ່ງກ່າວແມ່ນລິເລີ່ມຈັດຕັ້ງໂດຍສະມາຄົມນັກທຸລະກິດໜຸ່ມລາວ (YEAL) ແລະ ບໍລິສັດພັດທະນາອະສັງຫາລິມະຊັບເຄີເອີນພູເອີຈຳກັດຂອງຈີນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Rxwtv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!