ເສດຖະກິດ ແລະ ການຄ້າ

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)

ລາວອາດໄດ້ຮັບປະໂຫຍດຈາກສົງຄາມການຄ້າລະຫວ່າງສະຫະລັດ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວແມ່ນໜຶ່ງໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ອາດໄດ້ຮັບປະໂຫຍດຈາກຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ແລະ ຈີນໃນປະຈຸບັນ, ແຕ່ວ່າລັດຖະບານຕ້ອງດຳເນີນຂັ້ນຕອນການປັບປຸງສະພາບແວດລ້ອມໃນການລົງທຶນ.ນີ້ແມ່ນຂໍ້ສະຫຼຸບຈາກບົດລາຍງານຂອງສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປະຕິຮູບເສດຖະກິດ (CMER) ພາຍໃຕ້ສະຖານບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER).ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດນ້ຳຫອມໄທ "Ceresa" ຕີຕະຫຼາດໃນລາວ

(ຂປລ) ນ້ຳຫອມໄທຍີ້ຫໍ້ Ceresa, ຜູ້ສະໜັບສະໜູນຫຼັກງານປະກວດນາງສາວລາວ 2019, ໄດ້ມີການເປີດຕົວສາຂາໃນລາວໃນວັນທີ 10 ມີນາ ທີ່ສູນການຄ້າລາວໄອເຕັກ ວຽງຈັນ ເພື່ອກ້າວເປັນຍີ້ຫໍ້ນ້ຳຫອມຍອດນິຍົມຂອງໄທໃນປີ 2019.ນ້ຳຫ້ອມຍີ້ຫໍ້ Ceresa ມີວາງຈຳໜ່າຍໃນລາວມາແຕ່ປີ 2018 ແລະ ກໍມີລູກຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ການຕອບຮັບ ແລະ ປະຈຸບັນໄດ້ເລີກເປີດຕົວຢ່າງເປັນທາງການໃນ ສປປ ລາວ, ທ່ານນາງ ແສງທຽນ ວົງສຳພັນ ຫົວໜ້າຝ່າຍການຕະຫຼາດຂອງນ້ຳຫອມ Ceresa ກ່າວ.ອ່ານຕໍ່ ...

ຂປລ

ໜ່ວຍທຸລະກິດຄວນນຳໃຊ້ວິທີປະຕິບັດທີ່ດີດ້ານການຂົນສົ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງເອົາໃຈໃສ່ໃນການເພີ່ມປະສິດທິພາບໃນການຂົນສົ່ງຜ່ານການນຳໃຊ້ວິທີການປະຕິບັດທີ່ດີຂອງໂລກ, ເນື່ອງຈາກປະຈຸບັນ ລາວໄດ້ມີການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນ, ເຈົ້າໜ້າທີ່ການໃນນຳສະພາການຄ້າກ່າວ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະຫາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ກ່າວໃນກອງປະຊຸມວານນີ້ ກ່ຽວກັບການປັບປຸງການທຸລະກິດການຂົນສົ່ງໃນລາວ ວ່າການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນເຮັດໃຫ້ການຂະຫຍາຍຕົວດ້ານເສດຖະກິດຂອງລາວມີສະຖຽນລະພາບໃນຊຸມປີຜ່ານມາ.ອ່ານຕໍ່  ...

ໂຕະຂ່າວ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວ,​ ໄທຕັ້ງເປົ້າການຄ້າສອງຝ່າຍທີ່ US$12 ຕື້ໂດລາພາຍໃນປີ 2021

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ໄທໄດ້ຕົກລົງເພີ່ມທະວີການປະລິມານຄ້າສອງຝ່າຍໃຫ້ໄດ້ປະມານ 10 ເຖິງ 15% ຕໍ່ປີ ໃນຂະນະທີ່ລັດຖະບານສອງຊາດຄາດວ່າການຄ້າຈະບັນລຸເປົ້າ US$12 ຕື້ໂດລາໃນປີ 2021, ຕາມລັດຖະມົນຕີກະຊວງການຄ້າຂອງລາວ.ເພື່ອສົ່ງເສີມການຄ້າສອງຝ່າຍ, ລັດຖະບານລາວ ແລະ ໄທໄດ້ຮ່ວມມືກັນຢ່າງໃກ້ຊິດໃນການຈັດຕັ້ງກິດຈະກຳການສົ່ງເສີມການຄ້າ ແລະ ການລົງທຶນ ເຊັ່ນການຈັດຕະຫຼາດນັດການຄ້າໃນລະດັບສູນກາງ ແລະ ທ້ອງຖິ່ນ.ອ່ານຕໍ່  ...

ໂຕະຂ່າວ

ຜູ້ປະກອບການລາວໝາຍຕາໂອກາດທາງທຸລະກິດ ແລະ ການເຂົ້າເຖິງຕະຫຼາດການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າທຸລະກິດກ່ຽວກັບຊາ, ເຄື່ອງເທດ, ໝາກແໜ່ງ ແລະ ຜົງກະຫຼີ່ອິນເດຍ, ອົງການຈັດຕັ້ງເພື່ອສົ່ງເສີມທຸລະກິດຊຸມຊົນ ແລະ ຜູ້ປະກອບການດ້ານບໍລິການ ໄດ້ເຂົ້າຮ່ວມກອງປະຊຸມວິຊາການເພື່ອສົ່ງເສີມໂອກາດທາງທຸລະກິດ ແລະ ຕະຫຼາດການສົ່ງອອກ ຜ່ານການຫັນສູ່ມາດຕະຖານ ແລະ ການຢັ້ງຢືນ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສູນສົ່ງເສີມ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ເປີດສູນບໍລິການ SME ທີ່ແຂວງຫຼວງພະບາງ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປີດສາຂາສູນບໍລິການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢູ່ແຂວງຫຼວງພະບາງ ເພື່ອສົ່ງເສີມຄວາມສາມາດຂອງ SMEs ໃນແປດແຂວງພາກເໜືອ.ສູນບໍລິການ SME ແຫ່ງທຳອິດໄດ້ຮັບການສ້າງຕັ້ງຂຶ້ນທີ່ວຽງຈັນໃນຫວ່າງບໍ່ດົນມານີ້.ພິທີເປີດສູນແຫ່ງທີ່ສອງດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ.ອ່ານຕໍ່ ...

ໂຕະຂ່າວ

ຕະຫຼາດນັດເຟີນິເຈີວຽງຈັນຫວັງດຶງດູດນັກທ່ອງທ່ຽວຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນິເຈີລາວຈະເປັນເຈົ້າພາບຈັດງານຕະຫຼາດນັດເຟີນິເຈີວຽງຈັນ ໃນວັນທີ 23-31 ມີນານີ້ ທີ່ສູນການຄ້າລາວ-ໄອເຕັກ ເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນ ແລະ ເພື່ອດຶງດູດນັກທ່ອງທ່ຽວຈີນເນື່ອງໃນປີທ່ອງທ່ຽວລາວ-ຈີນ.ສະມາຄົມຄາດວ່າຈະມີຜູ້ເຂົ້າຊົມງານດັ່ງກ່າວກວ່າ 250,000 ຄົນໃນຊ່ວງເກົ້າວັນຂອງງານ, ເຊິ່ງມີຈີນເປັນຕະຫຼາດໃຫຍ່ສຳລັບຜະລິດຕະພັນເຟີນີເຈີລາວ, ດັ່ງນັ້ນຜູ້ຈັດງານຈຶ່ງຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວຈາກຈີນໄດ້.ອ່ານຕໍ່ ...

ໂຕະຂ່າວ

ຂະແໜງການຄ້າລາວ, ຫວຽດນາມຕັ້ງເປົ້າເພີ່ມຂຶ້ນ 15%

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ຫວຽດນາມ ຈະພະຍາຍາມສົ່ງເສີມການຄ້າສອງຝ່າຍໃຫ້ເພີ່ມຂຶ້ນຢ່າງໜ້ອຍ 15% ໃນປີນີ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ.ມູນຄ່າສິນຄ້ານຳເຂົ້າ ແລະ ສົ່ງອອກລວມລະຫວ່າງລາວ ແລະ ຫວຽດນາມໃນປີ 2018 ແມ່ນທະລຸ US$1 ຕື້ໂດລາໃນປີ 2018, ເຊິ່ງເພີ່ມຂຶ້ນ 13% ທຽບກັບປີ 2017, ຕາມການເປີດເຜີຍຕໍ່ສື່ມວນຊົນໃນອາທິດແລ່ວນີ້ ຂອງທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມາທິການການຮ່ວມມືລາວ-ຫວຽດນາມ .ອ່ານຕໍ່ ...

ໂຕະຂ່າວ

ການເຂົ້າເຖິງແຫຼ່ງທຶນແມ່ນກຸນແຈສູ່ຄວາມສຳເລັດຂອງທະລຸກິດ SMEs  ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນປະມົງລາວຈະແຂ່ງຂັນກັບຜູ້ປະກອບການຕ່າງປະເທດໄດ້ດີຂຶ້ນ ຖ້າວ່າໄດ້ຮັບການຫຼຸດພາສີອາກອນສຳລັບຜູ້ຜະລິດທ້ອງຖິ່ນ ແລະ ຖ້າຫາກລັດຖະບານໃຫ້ການສະໜັບສະໜູນດ້ານທຶນຮອນ.ຟາມປາລາວກຳລັງຜະເຊີນກັບຄວາມຫຍຸ້ງຍາກ ພາຍໃຕ້ການແຂ່ງຂັນທີ່ຂ້ຽວຂາດກັບຜູ້ປະກອບການຕ່າງປະເທດ ພາຍໃຕ້ສະພາບການຂາດແຄນທາງດ້ານແຫຼ່ງທຶນ ແລະ ໂຄງການສະໜບສະໜູນພັນປາ ແລະ ຕະຫຼາດ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

uWuGk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!