News
ຊາວກະສິກອນຖືກຊຸກຍູ້ໃຫ້ປູກພືດທົດແທນຢາສູບຢູ່ໃນປະເທດລາວ
ທ່ານ ສານົງ ທົງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕອບຄຳຖາມຕໍ່ສະພາແຫ່ງຊາດໃນວັນສຸກຜ່ານມາ ກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ. ນະໂຍບາຍຄວບຄຸມຢາສູບຢູ່ໃນປະເທດ, ໃນມາດຕາ 4 ໄດ້ຊຸກຍູ້ໃຫ້ຊາວກະສິກອນ ປູກພືດຊະນິດອື່ນເພື່ອທົດແທນຢາສູບ; ແຕ່ເຖິງແນວໃດ, ກໍຍັງບໍ່ມີຄຳຕອບວ່າພືດຊະນິດໃດຄວນຈະນຳມາປູກທົດແທນຢາສູບ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ອາກາດມົນລະພິດຈາກຄວັນໄຟແຕ່ງກິນ, ຢາສູບ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ
ວຽງຈັນ (ວຽງຈັນທາມສ໌/ANN) – ມົນລະພິດທາງອາກາດທີ່ມາຈາກຄວັນໄຟແຕ່ງກິນ ແລະ ຢາສູບມີຢູ່ທົ່ວໄປ; ຈາກການສຳຫຼວດພົບວ່າ ເກືອບສາມໃນສີ່ຄົວເຮືອນ ມີການສູບດົມຄວັນຢາສູບພາຍໃນເຮືອນ ແລະ ຄວັນໄຟຈາກການແຕ່ງກິນໃນເຮືອນ.ເມື່ອປະເມີນລວມຊ່ອງທາງຕ່າງໆໃນການຫາຍໃຈເອົາທາດອາຍພິດ ພົບວ່າ ໜຶ່ງໃນສາມຄົວເຮືອນມີການຫາຍໃຈເອົາຄວັນພິດ ທັງຈາກການສູບຢາມືສອງ ແລະ ຈາກການແຕ່ງກິນພາຍໃນເຮືອນ.ອ່ານຕໍ່ ...
ໄຊຊະນະ ລືໄກ