ນາຍົກຊຸກຍູ້ການປູກພືດກະສິກຳອິນຊີ; ຊາວກະສິກອນຕ້ອງການແຫຼ່ງທຶນ ແລະ ຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ຊາວກະສິກອນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທຳການປູກພືດພັນໂດຍນຳໃຊ້ວິທີການກະສິກຳອິນຊີ ພາຍຫຼັງຮູ້ວ່າຫຼາຍເຈົ້າໄດ້ມີການນຳໃຊ້ສານເຄມີ ເຮັດໃຫ້ເກີດສານພິດຕົກຄ້າງໃນພືດພັນ.

ໃນການລົງຢ້ຽມຢາມຊາວກະສິກອນບ້ານບໍ່ໂອ ໃນວັນຈັນຜ່ານມາ, ພະນະທ່ານນາຍົກໄດ້ສັງເກດເຫັນວ່າ ບ້ານເຫຼົ່ານີ້ທີ່ເຄີຍເປັນຜູ້ສະໜອງພືດຜັກຕົ້ນຕໍສູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຄີຍປູກພືດຜັກຜົນລະປູກຕ່າງໆ ທີ່ມີຄຸນນະພາບ ແລະ ລົດຊາດທີ່ແຊບຊ້ອຍ.

ແຕ່ມາໃນປະຈຸບັນພັດບໍ່ເປັນເຊັ່ນນັ້ນ, ຍ້ອນວ່າພືດຜັກຜົນລະປູກບາງຊະນິດ ເມື່ອນຳໄປກວດສອບແລ້ວພົບສານເຄມີຕົກຄ້າງ.

ອ່ານຕໍ່… 

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-pushes-organic-crops-farmers-need-finance-and-markets-101592