ລາວສົ່ງເສີມການຜະລິດຕາມຍຸດທະສາດການພັດທະນາກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານວາງເປົ້າໝາຍແນໃສ່ການນຳໃຊ້ວິທີການຜະລິດທັນສະໄໝຕາມນະໂຍບາຍການພັດທະນາກະສິກຳແຫ່ງຊາດ ເພື່ອຊ່ວຍຊຸກຍູ້ການປະຕິບັດວາລະນະໂຍບາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມປະຈຳປີຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນວັນອັງຄານຜ່ານມານີ້ວ່າ ການພັດທະນາວຽກງານກະສິກຳແມ່ນມີບົດບາດສຳຄັນຕໍ່ການຂະຫຍາຍຕົວຂອງຂະແໜງການອື່ນໆ.

ດ້ວຍເຫດນີ້ ລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງຄວນສຸມໃສ່ການນຳໃຊ້ລະບຽບກົດໝາຍ ໃນການຄຸ້ມຄອງວຽກງານກະສິກຳ ແລະ ປ່າໄມ້ ໂດຍສະເພາະໃນພື້ນທີ່ຊົນນະບົດ ເພື່ອສົ່ງເສີມການພັດທະນາທີ່ຍືນຍົງ.

ອ່ານຕໍ່…

ອຸ່ນຄຳ ພິມມະຕະ