ລາວຈະຫັນປ່ຽນການຜະລິດກະສິກຳເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຫັນປ່ຽນລະບົບກະສິກຳໃນລາວ ຈາກການຜະລິດເພື່ອກຸ້ມຕົນເອງ ສູ່ການຜະລິດເພື່ອເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ ແລະ ເພື່ອຊ່ວຍເຫຼືອຊາວກະສິກອນໃນການຮັບມືກັບການປ່ຽນແປງຂອງຕະຫຼາດກະສິກຳ ແລະ ສະບຽງອາຫານຂອງພາກພື້ນ.

ເພື່ອສະໜັບສະໜູນຂະບວນການພັດທະນາທາງດ້ານກະສິກຳດັ່ງກ່າວ, ລັດຖະບານ ໂດຍສະເພາະແມ່ນກົມປູກຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຈະໃຫ້ການສະໜັບສະໜູນທາງດ້ານນະໂນບາຍ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການດັ່ງກ່າວ, ທ່ານ ຈັນທາ ທິບພະວົງພັນ ຮອງຫົວໜ້າກົມປູກຝັງກ່າວຄຳເຫັນໃນກອງປະຊຸມຂອງຄະນະກຳມະການກວດກາໂຄງການແຫ່ງຊາດ.

ອ່ານຕໍ່…

 

ໂຕະຂ່າວ
http://annx.asianews.network/content/laos-transforming-farming-meet-needs-asean-market-101333