IAEA ລົງນາມໃນຂໍ້ຕົກລົງການກະກຽມການປະຕິບັດເພື່ອການຮ່ວມມືສາມຫຼ່ຽມກັບປະເທດກຳປູເຈຍ, ສປປ ລາວ ແລະ ຫວຽດນາມ

ຕາມການລົງນາມໃນຂໍ້ຕົກລົງການກະກຽມການປະຕິບັດ (PAs) ສອງສະບັບທີ່ສະໜັບສະໜູນເຊິ່ງກັນແລະກັນໃນວັນທີ 17 ກັນຍານີ້, ອົງການພະລັງງານປະລະມະນູສາກົນ (IAEA) ໄດ້ຈັດຕັ້ງຂອບໂຄງສ້າງການຮ່ວມມືໃຕ້-ໃຕ້ ທີ່ກ່ຽວຂ້ອງກັນສາມປະເທດສະມາຊິກໃນພາກພື້ນອາຊີ ແລະ ປາຊິຟິກ ຄຽງຄູ່ກັບ IAEA.

ຂໍ້ຕົກລົງການກະກຽມດັ່ງກ່າວ ແມ່ນເປັນຂອບໂຄງສ້າງເພື່ອການຮ່ວມມື ໃນຂົງເຂດວຽກງານບູລິມະສິດລະດັບກວ້າງ, ນັບແຕ່ການທົບສອບປະລະມະນູໂດຍສັນຕິ ແລະ ການນຳໃຊ້ເພື່ອອຸດສາຫະກຳ ໄປເຖິງການນຳໃຊ້ນິວເຄຼຍໃນທາງການແພດ ແລະ ການປັບປຸງທາງພັນທຸກຳ. ພາຍໃຕ້ຂອບໂຄງສ້າງດັ່ງກ່າວ, ປະເທດຫວຽດນາມຈະເປັນຜູ້ສະໜັບສະໜູນໂຄງການສຶກສາອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ປະເທດກຳປູເຈຍ ແລະ ສປປ ລາວ.

ອ່ານຕໍ່…

Mykola Kurylchyk
https://www.iaea.org/newscenter/news/iaea-signs-practical-arrangements-for-triangular-cooperation-with-cambodia-lao-pdr-and-viet-nam