Open Development Laos ໄດ້ອັບໂຫຼດບົດລາຍງານສະບັບໃໝ່ ຊື່ວ່າ “ແຜນແມ່ບົດກ່ຽວກັບພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ສຳລັບອ່າງໂຕ່ງເຊກອງ ສປປລາວ”

ນີ້ແມ່ນບົດລາຍງານທີ່ເຜີຍແຜ່ໂດຍ ສະຖາບັນຄົ້ນຄວ້າມໍລະດົກທາງທຳມະຊາດ ເຊິ່ງໄດ້ສະທ້ອນຜົນກະທົບຕໍ່ລະບົບນິເວດອ້ອມຂ້າງ ທີ່ອາດເກີດຂຶ້ນຈາກໂຄງການພັດທະນາເຂື່ອນໄຟຟ້ານ້ຳຕົກ ຢູ່ນ້ຳເຊກອງ ໜຶ່ງໃນສາຂາຂອງແມ່ນ້ຳຂອງ. ບົດລາຍຍງານຍັງໄດ້ໃຫ້ຂໍ້ແນະນຳ ເພື່ອຫຼຸດຜ່ອນຜົນກະທົບດັ່ງກ່າວ ເພື່ອເປັນແນວທາງໃຫ້ແກ່ລັດຖະບານລາວ, ເຊິ່ງສາມາດນຳໃຊ້ເປັນກໍລະນີສຶກສາສຳລັບໂຄງການພັດທະນາພະລັງງານໄຟຟ້ານ້ຳຕົກອື່ນໆພາຍໃນປະເທດ.

“ແຜນແມ່ບົດກ່ຽວກັບພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ສຳລັບອ່າງໂຕ່ງເຊກອງ ສປປລາວ” ສາມາດດາວໂຫຼດໄດ້ທີ່ນີ້.