News
ເຂື່ອນໃນລາວແຕກ: ການກ່າວໂຈມຕີກັນ ແລະ ຄຳຕອບຕົ້ນສາຍປາຍເຫດ (ວີດີໂອ)
ຍັງຄົງມີການຕັ້ງຄຳຖາມ, ບັນຫາຄວາມຮັບຜິດຊອບ ແລະ ຂໍ້ຂັດແຍ່ງຕ່າງໆ ກ່ຽວກັບໄພພິບັດເຂື່ອນແຕກໃນລາວໃນເດືອນກໍລະກົດຜ່ານມາ ເຊິ່ງເຮັດໃຫ້ມີປະຊາຊົນເສຍຊີວິດຫຼາຍກວ່າ 40 ຄົນ, ຕາມບັນດາແຫຼ່ງຂ່າວຕ່າງໆຈາກເກົາຫຼີໃຕ້ ແລະ ໄທ. ອ່ານຕໍ່ ...
ບັນນາທິການສຳນັກ AEC
ລັດຖະບານສັ່ງເດີນໜ້າໃນການສືບສວນສອບສວນສາເຫດເຂື່ອນແຕກ
ຄະນະລັດຖະບານສັ່ງຄະນະສະເພາະກິດ ໃຫ່້ສືບຕໍ່ແນໃສ່ ແລະ ລາຍງານຄວາມຄືບໜ້າໃນການກຳນົດສາເຫດທີ່ແທ້ຈິງທີ່ເຮັດໃຫ້ເຂື່ອນແຕກ ຢູ່ທາງພາກໃຕ້ຂອງລາວໃນເດືອນກໍລະກົດ ເຮັດໃຫ້ຫຼາຍສີບຄົນຕ້ອງເສຍຊີວິດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລັດຖະມົນຕີກະຊວງພະລັງງານຈະຮ່ວມສືບສວນກໍລະນີເຂື່ອນແຕກ
ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ພ້ອມທີ່ຈະຮ່ວມມືກັບຜູ້ມີສ່ວນຮ່ວມທຸກພາກສ່ວນ ໃນພາລະກິດຂອງລັດຖະບານໃນການສືບສວນສອບສວນ ສາເຫດແທ້ຈິງຂອງການແຕກພັງຂອງສັນເຂື່ອນ D ຂອງໂຄງການເຂື່ຶອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຈະອະນຸມັດນະໂຍບາຍການຈ່າຍຄ່າທົດແທນສຳລັບຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປືຈະໄດ້ຮັບຄ່າທົດແທນຢ່າງເຕັມສ່ວນ ເນື່ອງຈາກລັດຖະບານກຳນົດວ່າເຫດນ້ຳຖ້ວມດັ່ງກ່າວບໍ່ແມ່ນໄພພິບັດທາງທຳມະຊາດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ນາຍົກກ່າວ: ລາວຈະຮ່ວມມືກັບເກົາຫຼີ ແລະ ໄທເພື່ອສືບສວນສອບສວນຫາສາເຫດເຂື່ອນແຕກ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງໃນວານນີ້ວ່າ ລັດຖະບານລາວຈະເຮັດວຽກຮ່ວມກັບບັນດາບໍລິສັດຜູ້ຖືຫຸ້ນໂຄງການເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ເພື່ອສືບສວນສອບສວນຫາສາເຫດທີ່ແທ້ຈິງຂອງການແຕກພັງຂອງສັນເຂື່ອນຂອງໂຄງການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດຖະມົນຕີພະລັງງານກ່າວສາເຫດສັນເຂື່ອນແຕກແມ່ນຍ້ອນການກໍ່ສ້າງຕ່ຳກວ່າມາດຕະຖານ
(ຂປລ) ທ່ານ ຄຳມະນີ ອິນທິລາດ ກ່າວຕໍ່ສື່ມວນຊົນທີ່ວຽງຈັນໃນວັນພະຫັດນີ້ວ່າ ການພັງຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ຄັ້ງວັນທີ່ 23 ກໍລະກົດ ແມ່ນມີສາເຫດມາຈາກການກໍ່ສ້າງຕ່ຳກວ່າລະດັບມາດຕະຖານ. ສັນເຂື່ອນດັ່ງກ່າວໄດ້ພັງລົງໃນເວລາ 20.00 ຂອງວັນຈັນ ວັນທີ 23 ກໍລະກົດ ສົ່ງຜົນໃຫ້ນ້ຳປະລິມານ 0.5 ຕື້ແມັດກ້ອນໄຫຼຖ້ວມເຮືອນຊານປະຊາຊົນຈຳນວນຫຼວງຫຼາຍ ໃນຕອນໃຕ້ຂອງເມືອງສະໜາມໄຊ. ມາຮອດວານນີ້ ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 27 ຄົນ ແລະ ອີກ 131 ຄົນຍັງສູນຫາຍ.ອ່ານຕໍ່ ...
ຂປລ
ບໍລິສັດເຂື່ອນໄຟຟ້າສະແດງຄວາມຮັບຜິດຊອບຕໍ່ເຫດໄພນ້ຳຖ້ວມຄັ້ງຮ້າຍແຮງ
ຕາງໜ້າພະນັກງານຈາກບໍລິສັດພະລັງງານເຊປຽນ-ເຊນ້ຳນ້ອຍຕົກລົງວ່າບໍລິສັດຈະຮັບຜິດຊອບຢ່າງເຕັມສ່ວນຕາມລະບຽບກົດໝາຍ ຕາມສັນຍາສຳປະທານ ສຳລັບຜົນກະທົບທີ່ສັນເຂື່ອນ D ໄດ້ພັງທະລາຍ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງໃຫຍ່ ແລະ ມະຫັນຕະໄພທຳລາຍລ້າງຢູ່ເມືອງສະໜາມໄຊ, ແຂວງອັດຕະປື.ອ່ານຕໍ່ ...
ເອກກະພອນ ພູທອນສີ
