ວຽງຈັນທາມສ໌
ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ

ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ແພດລາວ ແລະ ຈີນໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າ
ຈັກຂຸແພດຈະໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າທີ່ວຽງຈັນແຕ່ວັນທີ 20-25 ສິງຫານີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກໃຫ້ກັບມາເບິ່ງເຫັນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ
ກົມອຸຕຸນິຍົມເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ ເນື່ອງຈາກຄວາມກົດດັນອາກາດຕ່ຳພັດຜ່ານພື້ນທີ່ພາກເໜືອ ແລະ ພາກກາງຂອງລາວແຕ່ວັນທີ 10-13 ສິງຫາ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ພະຍຸລະດູຮ້ອນຊອນຕິນຈະກຳໜ່ຳພາກເໜືອ ແລະ ພາກກາງຂອງລາວ

ມີການອອກແຈ້ງເຕືອນສະພາບອາກາດ ສຳລັບຫຼາຍພື້ນທີ່ໃນພາກເໜືອ ແລະ ພາກກາງແຕ່ວັນທີ 18-20 ກໍລະກົດ ຈາກພະຍຸລະດູຮ້ອນຊອນຕິນຈະພັດເຂົ້າລາວຜ່ານຫວຽດນາມ. ອຸຕຸນິຍົມເຕືອນວ່າ ພະຍຸດັ່ງກ່າວມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະເຮັດໃຫ້ເກີດຝົນຟ້າຄະນອງ ແລະ ລົມແຮງ.ອ່ານຕໍ່ ...
ວຽງຈັນທາມສ໌
ງານກິດຈະກຳ 'ງາມແທ້ໂອຫຼວງພະບາງ' ເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຫຼວງພະບາງຈະຈັດງານກິດຈະກຳ ງາມແທ້ໂອ ຫຼວງພະບາງ (Oh Luang Prabang, You’re Simply Beautiful) ແຕ່ວັນທີ 4-7 ກໍລະກົດນີ້ ທີ່ເມືອງມໍລະດົກໂລກ.ອ່ານຕໍ່ ...
ວຽງຈັນທາມສ໌
ປື້ມແຜນທີ່ກະສິກຳຂອງລາວຈະຊ່ວຍໃນການຕັດສິນໃຈ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ

ປື້ມແຜນທີ່ກະສິກຳໃໝ່ເຫຼັ້ມທຳອິດຂອງລາວ ທີ່ໃຫ້ຂໍ້ມູນລາຍລະອຽດກ່ຽວກັບການປ່ຽນແປງໃນການຜະລິດກະສິກຳທົ່ວປະເທດ ໄດ້ມີການເປີດຕົວຢູ່ວຽງຈັນ ໃນວັນພະຫັດທີ່ຜ່ານມາ. ປື້ມແຜນທີ່ກະສິກຳຂອງ ສປປ ລາວ -ຮູບແບບ ແລະ ການປ່ຽນແປງລະຫວ່າງປີ 1999 ແລະ 2011 ແມ່ນແນໃສ່ຮັບໃຊ້ການວາງແຜນ, ການຕັດສິນໃຈ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດການພັດທະນາຊົນນະບົດ ແລະ ການກະສິກຳແບບຍືນຍົງ.ອ່ານຕໍ່ ...
ວຽງຈັນທາມສ໌
ໂອກາດສຳລັບຄົນລາວທີ່ຕ້ອງການໄປເຮັດວຽກທີ່ປະເທດຍີ່ປຸ່ນ
ສູນບໍລິການແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ໄດ້ອອກແຈ້ງການໃນອາທິດນີ້ກ່ຽວກັບການຄັດເລືອກເອົາຊາວໜຸ່ມຜູ້ອອກແຮງງານຄົນລາວ ເພື່ອໄປເຮັດວຽກໃນຕະຫຼາດແຮງງານກະສິກຳຢູ່ຍີ່ປຸ່ນ. ທ່ານຄຳແສນ ໄຊຍະວົງ ອຳນວຍການສູນບໍລິການແຮງງານ ໄດ້ແຈ້ງເງື່ອນໄຂຂອງໂຄງການນີ້ວ່າ ຜູ້ສະໝັກບໍ່ຈຳເປັນຕ້ອງມີຄວາມສາມາດປາກເວົ້າພາສາຍີ່ປຸ່ນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ