ປະກາດຮັບສະໝັກນັກຄົ້ນຄ້ວາວິໃຈ

ປະກາດຮັບສະໝັກນັກຄົ້ນຄ້ວາວິໃຈລາວ ເພື່ອຮ່ວມງານກັບອົງການ the Global Data Barometer – ລະດັບພາກພື້ນອາຊີ. 

Open Data for Development Asia Hub (D4DAsia)  ປະກາດຮັບສະໝັກນັກຄົ້ນຄ້ວາວິໃຈອິດສະຫຼະຢູ່ປະຈຳ 14 ປະເທດ: ອິນໂດເນເຊຍ, ຟີລິບປິນ, ສິງກະໂປ, ກຳປູເຈຍ, ລາວ, ມຽມມາ, ໄທ, ຫວຽດນາມ, ສີລັງກາ, ອິນເດຍ, ເນປານ, ບັງກະລາເທດ, ໃຕ້ຫວັນ ແລະ ຍີ່ປຸ່ນ. 

ນັກວິໃຈຜູ້ທີ່ຖືກຮັບຄັດເລືອກ ຈະເປັນຕົວແທນປະເທດໃນຄັ້ງທຳອິດຂອງ the Global Data Barometer (ສົກປີ 2020–2021).

D4DAsia ມີບົດບາດເປັນສູນລວມຂອງພາກພື້ນຂອງໂຄງການ the Global Data Barometer ແລະ ມີໜ້າທີ່ຮັບຜິດຊອບບັນດາປະເທດອາຊີດັ່ງລຸ່ມນີ້: ມາເລເຊຍ, ອິນໂດຍເນເຊຍ, ຟີລິບປິນ, ສິງກະໂປ, ກຳປູເຈຍ, ລາວ, ມຽມມາ, ໄທ, ຫວຽດນາມ, ສີລັງກາ, ອິນເດຍ, ເນປານ, ບັງກະລາເທດ, ໃຕ້ຫວັນ ແລະ ຍີ່ປຸ່ນ. ການຮັບສະໝັກຄັ້ງນີ້ ແມ່ນເປີດໂອກາດໃຫ້ທຸກພາກສ່ວນ ທັງນັກວິໃຈນິຕິບຸກຄົນ, ສັງຄົມພົນລະເຮືອນອິດສະຫຼະ ແລະ ແບບສັງກັດເປັນອົງການຈັດຕັ້ງຈາກບັນດາ 14 ປະເທດດັ່ງທີ່ກ່າວຂ້າງເທິງ. 

The Global Data Barometer ເປັນການຄົ້ນພົບໃໝ່ຂອງຂໍ້ມູນສຳລັບສາທາລະນະ ທີ່ຖືກສ້າງຂື້ນບົນພື້ນຖານຂອງຂໍ້ມູນເປີດ Barometer. ສຶກສາຂໍ້ມູນເພິ່ມເຕີມໄດ້ທີ່ນີ້. ໂຄງການທົດລອງຂອງ the Global Data Barometer ແມ່ນໄດ້ທຶນສະໜັບສະໜູນຈາກ ສູນຄົ້ນຄ້ວາເພື່ອການພັດທະນາສາກົນຂອງປະເທດການາດາ ພາຍໃຕ້ກອງທຶນ 109517-001  ຊຶ່ງເປັນສ່ວນໜຶ່ງຂອງແຜນງານ ຂໍ້ມູນເພື່ອການພັດທະນາ.  

ນັກຄົ້ນຄ້ວາວິໃຈ ຈະເປັນໃນນາມນິຕິບຸກຄົນ ຫຼື ອົງການຈັດຕັ້ງກໍໄດ້ ຈະຕ້ອງມີປະສົບການທີ່ນອນໃນໜຶ່ງໃນຂະແໜງດັ່ງກ່າວ: ຂໍ້ມູນເປີດ, ຂໍ້ມູນເປີດຂອງພາກລັດ, ຂໍ້ມູນເພື່ອປະໂຫຍດສາທາລະນະ, ການນຳໃຊ້ຂໍ້ມູນເພື່ອຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂອງລັດຕໍ່ວຽກງານສັງຄົມ, ຝຶກອົບຮົມ ຫຼື ສ້າງຄວາມອາດສາມາດ ໃນການນຳໃຊ້ຂໍ້ມູນເປີດ, ການນຳໃຊ້ຂໍ້ມູນເພື່ອປູກຈິດສຳນຶກ ແລະ ຄວາມເອົາໃຈໃສ່ຂອງສັງຄົມ ຫຼື ສົ່ງເສີມການນຳໃຊ້ຂໍ້ມູນພາຍໃນລັດຖະບານ, ອົງການຈັດຕັ້ງທາງສັງຄົມ (CSOs), ຂະແໜງເອກະຊົນ, ນັກພັດທະນາຊຸມຊົນ ຫຼື ນັກວິຊາການຂ່າວ. 

ຜູ້ທີ່ໄດ້ຮັບຄັດເລືອກ ຈະຕ້ອງໄດ້ປະກອບແບບຟອມປະເມີນຄວາມຄິດເຫັນໂດຍຜູ້ຊ່ຽວຊານຢ່າງລະອຽດ ຊຶ່ງຈະຄອບຄຸມໄປເຖິງດ້ານນະໂຍບາຍ, ການປະຕິບັດ, ຖານຂໍ້ມູນ ແລະ ການຄົ້ນຄ້ວາທີ່ພົວພັນເຖິງການປົກຄອງ, ຄວາມອາດສາມາດ, ການເຂົ້າເຖິງ ແລະ ການນຳໃຊ້ຂໍ້ມູນໃນປະເທດ. ຄຳຕອບແບບຟອມປະເມີນແມ່ນຈະໄດ້ຮັບການກວດກາໃນຮູບແບບປະເມີນຂອງນັກຄົ້ນຄ້ວານຳກັນ (Peer Review) ຊຶ່ງນັກວິໃຈຈະຕ້ອງໄດ້ຕອບຄຳຖາມທຸກຂໍ້ຕໍ່ຜູ້ກວດສອບ ແລະ ປັບປຸງຄຳຕອບຢ່າງເໝາະສົມ. 

ຜູ້ສະໝັກຈະຕ້ອງມີປະຫວັດການເຮັດວຽກດີ, ເປັນທີ່ຍອມຮັບໃນປະເທດຕົນ, ສາມາດເຮັດວຽກອິດສະຫຼະ ແລະ ບໍ່ກ່ຽວຂ້ອງທາງດ້ານການເມືອງ ຫຼື ໜ່ວຍງານລັດ. 

ມາດຖານເພິ່ມເຕີມ : 

ນັກຄົ້ນຄ້ວາວິໃຈຈະຕ້ອງຄົບເງື່ອນໄຂດັ່ງລຸ່ມນີ້:

  • ມີທັກສະດ້ານການຂຽນ ແລະ ຄວາມເຂົ້າໃຈພາສາອັງກິດໃນລະດັບສູງ; 
  • ມີຄວາມຊ່ຽວຊານດ້ານພາສາທາງລັດຖະການຂອງປະເທດທີ່ຕົນເຮັດເປັນຢ່າງດີ; 
  • ມີຄວາມຮູ້ເລິກເຊິ່ງກ່ຽວກັບປະເທດທີ່ຕົນເຮັດບົດຄົ້ນຄ້ວາ ລວມທັງຄວາມຮູ້ດ້ານນະໂຍບາຍການພັດທະນາໃນປັດຈຸບັນ; 
  • ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການປົກປ້ອງຂໍ້ມູນ, ນະໂຍບາຍດ້ານຂໍ້ມູນ, ຂໍ້ມູນເປີດ ແລະ ການແບ່ງປັນຂໍ້ມູນ ແລະ ອື່ນໆ; 
  • ມີເຄືອຂ່າຍນຳອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອທີ່ຈະໄປເອົາຂໍ້ມູນໄດ້. 

ນັກຄົ້ນຄ້ວາວິໃຈຈະຕ້ອງບໍ່: 

  • ແມ່ນພະນັກງານລັດ ຫຼື ສັນຍາຈ້າງ ຫຼື ຜູ້ໄດ້ລາຍຮັບຈາກລັດຖະບານ; ຫຼື 
  • ມີຜົນປະໂຫຍດຊັບຊ້ອນທີ່ມີຜົນຕໍ່ການປະເມີນແບບທ່ຽງທຳ.

ໜ້າວຽກຫຼັກປະກອບມີ:

  • ອ່ານຄູ່ມືການຄົ້ນຄ້ວາວິໃຈ; 
  • ເຂົ້າຮ່ວມສຳມະນາທາງອອນລາຍກ່ຽວກັບວຽກງານຄົ້ນຄ້ວາວິໃຈ; 
  • ດຳເນີນເອກະສານການວິໃຈ ເພື່ອປ້ອນຂໍ້ມູນອ້າງອີງໃຫ້ແກ່ຄຳຖາມແຕ່ລະຂໍ້; 
  • ນຳໃຊ້ຫຼັການໃນຄູ່ມືວິໃຈ ເພື່ອປະເມີນຫຼັກຖານ ແລະ ຄຳຕອບ;
  • ນຳໃຊ້ພາສາອັງກິດ ແລະ ໃຫ້ເຫດຜົນຂອງການປະເມີນຢ່າງຊັດເຈນ; 
  • ສົ່ງແບບປະເມີນທີ່ແລ້ວສົມບູນ ພາຍໃນ 6 ອາທິດພາຍຫຼັງເລິ່ມວຽກ;​ 
  • ສາມາດຕອບກັບຕໍ່ຄຳເຫັນຂອງຜູ້ກວດສອບໄດ້ຢ່າງໄວວາ. 

ຂັ້ນຕອນການປະຕິບັດຈະກ່ຽວຂ້ອງກັບການວິໃຈ ແລະ ອາດຈະມີການສຳພາດຜູ້ໃຫ້ຂໍ້ມູນ ຊຶ່ງຄາດວ່າຈະໃຊ້ເວລາປະມານ 20 ວັນ​ (ຂື້ນກັບເງື່ອນໄຂປະເທດ ແລະ ປະສົບການຂອງນັກຄົ້ນຄ້ວາວິໃຈ) ພາຍໃນໄລຍະເວລາ 1.5​ ເດືອນ ຊຶ່ງນັບແຕ່ ເດືອນມີນາ-ມິຖຸນາ 2021. ນັກຄົ້ນຄ້ວາອາດຈະຖືກເຊີນເຂົ້າຮ່ວມໃນກິດຈະກຳຂອງພາກພື້ນ ຊຶ່ງຈະມີຂື້ນໃນເດືອນມິຖຸນາ 2021. 

ຜູ້ສະໝັກຈະຕ້ອງສົ່ງຈົດໝາຍສະໝັກວຽກ (covering letter) ພ້ອມດ້ວຍ ຊີວິປະຫວັດຫຍໍ້ຂອງຕົນ (CV) ແລ້ວສົ່ງມາທີ່  recruitment@opendevmekong.net ພາຍໃນ ວັນທີ 10 ກຸມພາ 2021. ຜູ້ເຂົ້າຮອບຈະໄດ້ຖືກນັດສຳພາດລະຫວ່າງ ວັນທີ 15-18 ກຸມພາ 2021​. (ຜູ້ໄດ້ຮັບຄັດເລືອກເທົ່ານັ້ນຈຶ່ງຈະຖືກຕິດຕໍ່ກັບ). 

+++++++++++++++

General details:

  • Name:
  • Contact details:
  • Where are you currently based:

[ ] I am interested in being a country researcher for the following country:

[ ] I confirm I am neither employed nor primarily funded by the government of this country, and I have no conflicts of interest that would prevent me from being an independent researcher.

  • Please briefly describe your connection to, or knowledge of, data issues in this country:

For example: Do you live in this country? Are you fluent in key national languages? How are you connected to this country’s data policy issues?

  • Please rate your knowledge in relation to the following topics:
 No knowledge ←—–——-→ Expert
  • Data governance
  • Data literacy
  • Open data
  • Data sharing
  • Artificial intelligence / machine learning
  • Legislation and policy
  • Technical standards
  • Data licensing
  • Qualitative research
 
  • Please briefly describe your relevant qualifications, for example, you might list your highest degree or training and/or prior research experience.
  • If applying as an organisation, share in brief how this assignment might be connected to the organisation’s strategy and ongoing activities.
  • Honorarium

Our current budget will allow us to offer an honorarium of approximately US$1700 for the 10-20 days of effort researchers will undertake.

  • We recognise that:
    • Some people/Organizations will be able to undertake research as part of their existing work, and will not need or be able to claim this honorarium.
    • Some people/Organizations may not be able to act as researchers without a top-up to this honorarium because of their financial situation.
  • If selected as a researcher:

[ ] I/We do not intend to claim the $1700 honorarium

[ ] I /We intend to claim the $1700 honorarium

 

ເບິ່ງຂໍ້ມູນຕົ້ນສະບັບດັ່ງນີ້ >>>> 

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SpU4J
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!