ຄວາມເສຍຫາຍຈາກເຫດແຜ່ນດິນໄຫວ ຢູ່ແຂວງໄຊຍະບູລີ ປະເມີນໄດ້ 2 ຕື້ກີບ

ການປະເມີນຄວາມເສຍຫາຍຕໍ່ຊັບສິນ ຢູ່ເມືອງຫົງສາ ແລະ ເມືອງໄຊສະຖານ ແຂວງໄຊຍະບູລີ ແມ່ນຕົກຢູ່ປະມານ 2 ຕື້ກວ່າກີບ ເນື່ອງຈາກເຫດແຜ່ນດິນໄຫວໃນອາທິດແລ້ວນີ້ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຢ່າງໜ້ອຍ 300 ຄອບຄົວ.

ທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປີດເຜີຍວ່າ ແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມມາດຕາສ່ວນ ຣິກເຕີ ທີ່ເກີດຂຶ້ນຢູ່ເມືອງຫົງສາ ແລະ ເມືອງໄຊສະຖານ ໃນວັນທີ 21 ພະຈິກ, ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບແປດຄົນ.

ຢູ່ເມືອງຫົງສາ ມີຜູ້ໄດ້ຮັບຜົນກະທົບ 134 ຄອບຄົວໃນ 17 ບ້ານ, ເຊິ່ງໃນນັ້ນລວມມີເຮືອນ 71 ຫຼັງ, ໂຮງຮຽນ 11 ແຫ່ງ, ວັດ 12 ແຫ່ງ, ສຸກສາລາ 4 ແຫ່ງ ແລະ ຫ້ອງການສອງແຫ່ງ ໄດ້ຮັບຄວາມເສຍຫາຍໃນລະດັບຕ່າງໆ. ໃນນັ້ນ ມີເຮືອນເຈັດຫຼັງໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ 24 ຄອບຄົວໄດ້ຮັບຜົນກະທົບຈາກເຄື່ອງຂອງເສຍຫາຍ. ລວມມູນຄ່າຄວາມເສຍຫາຍພາຍໃນເມືອງຫົງສາ ແມ່ນປະມານ 1.1 ຕື້ກີບ.

ອ່ານຕໍ່…

ພົມພົງ ເຫຼົາອິນ