ນ້ຳທີ່ປ່ອຍຈາກອ່າງເກັບນ້ຳຊຽງຮຸ່ງຂອງຈີນຈະມີການເໜັງຕີງ, ແຕ່ຈະບໍ່ສົ່ງຜົນກະທົບຫຼາຍ

(ຂປລ) ປະລິມານນ້ຳທີ່ປ່ອຍຈາກອ່າງເຂື່ອນໄຟຟ້າຊຽງຮຸ່ງ ມົນທົນຢຸນນານປະເທດຈີນ ຈະມີການເໜັງຕີງປ່ຽນແປງແຕ່ວັນທີ 5-19 ກໍລະກົດ 2019 ຕາມການແຈ້ງການຂອງກະຊວງຊັບພະຍາກອນນ້ຳຂອງຈີນ ເຊິ່ງໄດ້ສຳເນົາສົ່ງໃຫ້ເລຂາທິການຄະນະກຳມາທິການແມ່ນ້ຳຂອງໃນວັນທີ 3 ກໍລະກົດ.

ເຖິງຈະມີການຄາດຄະເນວ່າປະລິມານຝົນຈະເພີ່ມຂຶ້ນ ທັງລະດູຝົນກໍໄດ້ເລີ່ມຄືບຄານເຂົ້າມາ, ການປ່ຽນແປງຂອງລະດັບນ້ຳດັ່ງກ່າວຄາດວ່າຈະບໍ່ສົ່ງຜົນກະທົບຫຼາຍ.

ຕາມແຈ້ງການດັ່ງກ່າວມີໃຈຄວາມວ່າ ແຕ່ວັນທີ 5-9 ກໍລະກົດ ປະລິມານນ້ຳທີ່ປ່ອຍຈາກອ່າງເຂື່ອນຊຽງຮຸ່ງຈະເລີ່ມຫຼຸດລົງປະມານເຄິ່ງໜຶ່ງຈາກ 1,050 – 1,250 ແມັດກ້ອນຕໍ່ວິນາທີ (m3/s) ມາເປັນ 504-600 m3/s.

ອ່ານຕໍ່…

 

 

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46899