ໄທ, ລາວຈະຄົ້ນຄວ້າກ່ຽວກັບໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ ລະຫວ່າງອຸບົນລາດຊະທານີ ແລະ ປາກເຊ

ບາງກອກ, 21 ພຶດສະພາ (Xinhua) — ໂຄງການຮ່ວມມືຫຼາຍໂຄງການກ່ຽວກັບການເຊື່ອມຕໍ່ລະຫວ່າງປະເທດໄທ ແລະ ລາວ ເຊັ່ນ ໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ທາງພາກໃຕ້ຂອງລາວ ໄດ້ມີການຫາລືລະຫວ່າງລັດຖະມົນຕີໂຍທາຂອງສອງປະເທດ.

ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ໄດ້ຈັດກອງປະຊຸມກັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕິກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ກ່ຽວກັບໂຄງການການຂົນສົ່ງ ແລະ ທາງລົດໄຟຂ້າມຊາຍແດນ ທີ່ໂຮງແຮມໃນຈັງຫວັດໜອງຄາຍ ໃນວັນຈັນຜ່ານມາ.

ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງໂຍທາຂອງໄທ, ກະຊວງຝ່າຍໄທໄດ້ຮ້ອງຂໍລັດຖະບານໄທ ໃນການລວມການສຶກສາຄວາມເປັນໄປໄດ້ຂອງໂຄງການທາງລົດໄຟອຸບົນລາດຊະທານີ-ປາກເຊ ຕອນຝັ່ງໄທໄລຍະທາງ 80 ກມ ໃນແຜນງົບປະມານປີ 2020.

ອ່ານຕໍ່…

xuxin