ພາກໃຕ້ຂອງລາວຈະຈັດການກັບຂີ້ເຫຍື້ອປລາສ໌ຕິກດ້ວຍໂຄງການສົ່ງເສີມການນຳກັບມາໃຊ້ໃໝ່ແທນການໂຍນຖິ້ມ

ໂຄງການສົ່ງເສີມການນຳກັບມາໃຊ້ໃໝ່ແທນການໂຍນຖິ້ມ ຫວັງວ່າຈະຊ່ວຍແກ້ໄຂບັນຫາຂີ້ເຫຍື້ອປລາສ໌ຕິກທີ່ໃຊ້ແລ້ວຖິ້ມ ຢູ່ພາກໃຕ້ຂອງລາວ.

ໃນແຕ່ລະປີ ຄາດຄະເນວ່ານັກທ່ອງທ່ຽວໃນລາວໄດ້ມີການນຳໃຊ້ກະຕຸກນ້ຳດື່ມປລາສ໌ຕິກຫຼາຍກວ່າ 100 ລ້ານຕຸກ. ຂີ້້ເຫຍື້ອສ່ວນໃຫຍ່ເຫຼົ່ານີ້ແມ່ນບໍ່ມີການນຳໄປບຳບັດເພື່ອນຳກັບມາໃຊ້ຄືນ, ແລະ ໃນຫຼາຍພາກຂອງລາວ ກໍຍັງຄົງກຳຈັດຂີ້ເຫຍື້ອດ້ວຍການຈູດເຜົາ ຍ້ອນບໍ່ມີລະບົບໃນການຈັດການກັບຂີ້ເຫຍື້ອ.

ສິ່ງເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ແຕ່ຍັງສົ່ງຜົນເສຍຕໍ່ສຸຂະພາບນຳອີກ, ຫຼາຍພາກຂອງລາວກໍໄດ້ພະຍາຍາມຈັດການກັບບັນຫາດັ່ງກ່າວ ດ້ວຍການຫຼຸດຜ່ອນການນຳໃຊ້ກະຕຸກນ້ຳດື່ມຢາງທີ່ໃຊ້ແລ້ວຖິ້ມ ແລະ ມີການສົ່ງເສີມຄວາມຮູ້ກ່ຽວກັບບັນຫາຂີ້ເຫຍື້ອປລາສ໌ຕິກໃນລາວ.

ອ່ານຕໍ່… 

The Laotian Times
https://laotiantimes.com/2019/08/01/refill-not-landfill-campaign-in-southern-laos/