ແຜນດິນໄຫວໄລຍະຕື້ນຂະໜາດ 6.1 ສັ່ນສະເທືອນປະເທດໄທ ແລະ ລາວ

ເກີດເຫດແຜນດິນໄຫວໄລຍະຕື້ນຂະໜາດ 6.1 ຢູ່ທາງພາກຕາເວັນອອກສຽງເໜືອຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງວັນພະຫັດນີ້, ຕາມການລາຍງານຂອງໜ່ວຍສຳຫຼວດທໍລະນີວິທະຍາ ສະຫະລັດ.

ເຊິ່ງໃນປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວດັ່ງກ່າວ ເຊິ່ງເກີດຂຶ້ນໃນຕອນເຊົ້າ ເວລາ 6:50 ໂມງ (ຫຼື  ເວລາ 23:50 ໂມງຂອງວັນພຸດຕາມເຂດແບ່ງເວລາ GMT).

ເຫດແຜ່ນດິນໄຫວດັ່ງກ່າວ ສາມາດຮັບຮູ້ແຮງສັ່ນສະເທືອນໄປໄກກວ່າ 700 ກິໂລແມັດ (435 ໄມລ໌) ເຖິງນະຄອນຫຼວງບາງກອກຂອງໄທ.

ອ່ານຕໍ່…

AFP NEWS AGENCY