ມູນນິທິໂລກແຊມູນຊ່ວຍເຫຼືອການພັດທະນາໃນລາວ 11 ຕື້ກີບ

ມູນນິທິໂລກແຊມູນ ຂອງສາທາລະນະລັດເກົາຫຼີ ຕົກລົງຊ່ວຍເຫຼືອການພັດທະນາເສດຖະກິດສັງຄົມໃນພື້ນທີ່ຊົນນະບົດຂອງນະຄອນວຽງຈັນເປັນມູນຄ່າກວ່າ 11 ຕື້ກີບ (US$1.3 ລ້ານໂດລາ).

ທຶນຊ່ວຍເຫຼືອດັ່ງກ່າວແມ່ນສຳລັບໂຄງການສາທິດການພັດທະນາບ້ານແບບແຊມູນ ເຊິ່ງມີຈຸດປະສົງສົ່ງເສີມການຜະລິດໃນຊົນນະບົດໃນຊຸມຊົນທ້ອງຖິ່ນໃນບ້ານເປົ້າໝາຍ ເພື່ອໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ ກໍຄືເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງຊາດໂດຍລວມ.

ໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດຢູ່ສາມບ້ານເປົ້າໝາຍຄື ບ້ານດົງວັງໂພ, ທ່າເດື່ອ ສິງຫອມ ແລະ ໝາກຄ້ຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ອ່ານຕໍ່…

ບັນນາທິການວຽງຈັນທາມສ໌