ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ເພດຍິງ ດ້ວຍຮູບແບບການເລົ່າເລື່ອງ

ອີງ​ຕາມ​ການ​ສໍາ​ຫຼວດ​ແຫ່ງ​ຊາດ​ໃນປີ 2014 ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ, ຫຼາຍ​ກວ່າ 30% ຂອງ​ແມ່​ຍິງ​ທີ່​ເຄີຍ​ເປັນ​ຄູ່​ຮ່ວມ​ງານ​ຢູ່ ສ​ປ​ປ ລາວ ໄດ້ປະສົບກັບຄວາມ​ຮຸນ​ແຮງ​ທາງ​ຮ່າງ​ກາຍ, ທາງ​ເພດ ຫຼື ​ທາງ​ຈິດ​ໃຈ ຈາກ​ຄູ່​ຮ່ວມ​ງານ​ຂອງ​ຜູ້​ຊາຍ​ໃນ​ຕະ​ຫຼອດ​ຊີ​ວິດ. ໃນລະຫວ່າງການປິດເມືອງເພື່ອປ້ອງກັນການແຜ່ລະບັດຂອງພະຍາດ COVID-19 ໃນປີກາຍນີ້, ສູນໃຫ້ຄຳປຶກສາ ແລະ ປົກປ້ອງ LWU ໄດ້ລາຍງານການເພີ່ມຂຶ້ນສາມຫາຫ້າເທົ່າຂອງຈໍານວນຄົນຜູ້ທີ່ໂທເຂົ້າສາຍດ່ວນ ເພື່ອຂໍຄຳປຶກສາ ແລະ ຮ້ອງຂໍການຊ່ວຍເຫຼືອ. ວິທີການເລົ່າເລື່ອງ ກໍແມ່ນວິທີທາງອ້ອມເພື່ອສະກັດເອົາຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບບັນຫາ. ໂດຍການຂໍໃຫ້ປະຊາຊົນ ແບ່ງປັນເລື່ອງລາວຈາກຈິນຕະນາການຂອງຕົນ, ຈາກປະສົບການຊີວິດ, ຊຶ່ງສິ່ງດັ່ງກ່າວໄດ້ກາຍເປັນພື້ນທີ່ທີ່ປອດໄພເພື່ອສ້າງຄວາມເຂົ້າໃຈຊຶ່ງກັນແລະກັນ ແລະ ແລກປ່ຽນປະສົບການຕົວຈິງຂອງເຂົາເຈົ້າ. 

ອ່ານເພິ່ມເຕີມ…

ຂ່າວສານປະເທດລາວ