ນາຍົກຮຽກຮ້ອງໃຫ້ເສີມຂະຫຍາຍການພັດທະນາ ແລະ ປົກປ້ອງເດັກນ້ອຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີການເອົາໃຈໃສ່ໃນການພັດທະນາ ແລະ ປົກປ້ອງເດັກ, ສ້າງສະພາບແວດລ້ອມທີ່ດີໃຫ້ເຂົາເຈົ້າຈະເລີນເຕີບໃຫຍ່. ໃນການກ່າວໂອວາດເນື່ອງໃນໂອກາດວັນເດັກໜຶ່ງມີຖຸນານີ້, ທ່ານນາຍົກໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງພັກລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຫົວໜວຍທຸລະກິດທັງພາກລັດ ແລະ ເອກະຊົນ, ແລະ ພໍ່ແມ່ຜູ້ປົກຄອງຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການເບິ່ງແຍງລ້ຽງດູລູກຫຼານ.

ອ່ານຕໍ່…

ວຽງຈັນທາມສ໌