ການຍົກລະດັບຖະໜົນເສັ້ນຕານມີໄຊ-ສີເກີດ ສຳເລັດກວ່າ 60 ເປີເຊັນ

ຜູ້ຮັບເໝົາ ທີ່ຮັບຜິດຊອບການຍົກລະດັບຖະໜົນໄລຍະ 9.4-ກມ ຈາກທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຢືນຢັນວ່າຈະໃຫ້ສຳເລັດໂຄງການພາຍໃນທ້າຍເດືອນນີ້.

ເຖິງຢ່າງໃດກໍຕາມ ຫຼາຍຄົນທີ່ອາໄສຢູ່ລຽບແຄມທາງດັ່ງກ່າວ ກໍຍັງຮຽກຮ້ອງໃຫ້ຜູ້ຮັບເໝົາເລັ່ງມືໃນໜ້າວຽກ, ຍ້ອນວ່າການກໍ່ສ້າງດັ່ງກ່າວເຮັດມີຄວາມຫຍຸ້ງຍາກຕໍ່ການສັນຈອນ. ພວກເຂົາຍັງເນັ້ນຕື່ມວ່າ ຖ້າບໍ່ຮີບຮ້ອນແກ້ໄຂ ອາດສ້າງບັນຫາໃນການໃຊ້ຖະໜົນໃນຊ່ວງລະດູຝົນນີ້.

ອ່ານຕໍ່…

ພົມພົງ ເຫຼົາອິນ