ອາດເກີດໄພພິບັດຈາກເຂື່ອນຊ້ຳອີກໃນອາຊີຕາເວັນອອກສຽງໃຕ້ ຖ້ານັກລົງທຶນບໍ່ມີການຮັບປະກັນມາດຕະຖານທີ່ສູງກວ່າເດີມ

ໄພພິບັດຈາກເຂື່ອນໃນລາວໃນເດືອນກໍລະກົດທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດໄພນ້ຳຖ້ວມໜັກໃນສອງແຂວງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ  ອີກ 7,000 ຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ ເຮັດໃຫ້ທົ່ວທັງພາກພື້ນ ແລະ ສາກົນຫັນມາໃສ່ໃຈໃນໄພອັນຕະລາຍທີ່ອາດເກີດຂຶ້ນ ຍ້ອນການພັດທະນະເຂື່ອນພະລັງງານໄຟຟ້ານ້ຳຕົກໃນອາຊີຕາເວັນອອກສຽງໃຕ້ທີ່ກຳລັງແຜ່ຫຼາຍໃນປະຈຸບັນ.

ນັກຊ່ຽວຊານກ່າວວ່າ ໄພພິບັດໃນລັກສະນະດຽວກັນມີທ່າອ່ຽງເກີດຂຶ້ນຊ້ຳອີກ ໃນບັນດາໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ທີ່ມີແຜນກໍ່ສ້າງ ຫຼື ພວມກຳລັງກໍ່ສ້າງຢູ່ຕາມລຳແມ່ນ້ຳຂອງສາຍຫຼັກໃນລາວ ແລະ ກຳປູເຈຍ ລວມເຖິງໂຄງການເຂື່ອນໄຟຟ້າອີກປະມານ 140 ແຫ່ງຢູ່ຕາມສາຂາຂອງແມ່ນ້ຳຂອງໃນລາວ.

ອ່ານຕໍ່…

Roseanne Gerin