ກະຊວງພະລັງງານ ແລະ ບໍ່ແຮ່ ສັ່ງໂຈະບໍລິສັດບໍ່ແຮ່ຕ່າງປະເທດ

ກະຊວງພະລັງງານ ອອກແຈ້ງການ ໂຈະການດຳເນີນງານ ຂອງບໍລິສັດບໍ່ແຮ່ ຕ່າງປະເທດ ຢູ່ແຂວງອຸດົມໄຊ ຍ້ອນບັນຫາຄວາມປອດໄພ. ຕາມແຈ້ງການໄດ້ ລະບຸວ່າ ບໍລິສັດ ຂຸດຄົ້ນບໍ່ແຮ່ ລາວ-ຊິນລອນ ໄດ້ໂຈະການ ດໍາເນີນງານ ຢູ່ເມືອງປາກແບ່ງ ເນື່ອງຈາກ ໄດ້ມີອຸບັດຕິເຫດເກີດຂຶ້ນຊ້ຳກັນຫຼາຍຄັ້ງ ຊຶ່ງສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ບໍລິສັດ ຂຸດຄົ້ນບໍ່ແຮ່ ລາວ ຊິນລອງ ຈະຖືກໂຈະການດຳເນີນງານ ຊົ່ວຄາວ ຈົນກວ່າ ບໍລິສັດ ດັ່ງກ່າວ ຈະມີການປັບປຸງ ແລະ ປັບປຸງຕາມລະບຽບກົດໝາຍ.

ອ່ານເພິ່ມເຕີມ…

ມະນີວັນ ວົງພະຈັນ