ເອັມພອຍມາດຮ່ວມມືກັບມີນີບິກຊີ ໃຫ້ບໍລິການຮ້ານສະດວກຊື້ທັນສະໄໝ ສຳລັບຊາວນະຄອນວຽງຈັນ

(ຂປລ) ເອັມພອຍມາດ (M-Point Mart) ຮ່ວມມືກັບທຸລະກິດມີນີບິກຊີ (Mini Big C) ຂອງໄທ ເພື່ອປັບປ່ຽນຮູບແບບສາຂາຮ້ານສະດວກຊື້ໃຫ້ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນນະຄອນຫຼວງວຽງຈັນຫຼາຍຂຶ້ນ.

ການຮ່ວມທຸລະກິດດັ່ງກ່າວຄາດວ່າຈະສ້າງວຽກເຮັດງານທຳ 500 ອັດຕາສຳລັບປະຊາຊົນໃນທ້ອງຖິ່ນ ທັງເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນ ທັງເປັນການປັບປ່ຽນສາຂາຮ້ານເອັມພອບທັງ 42 ສາຂາ ໃຫ້ເປັນຮ້ານສະດວກຊື້ທັນສະໄໝທີ່ຄົບຖ້ວນໄປດ້ວຍສິນຄ້າ ແລະ ການບໍລິການພາຍໃນໄຕມາດທຳອິດຂອງປີ 2019.

ອ່ານຕໍ່…

ຂປລ