ການຄ້າລາວ-ຫວຽດນາມທະລຸຫຼັກ US$1 ຕື້ໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການຄ້າຮ່ວມດ້ານການນຳເຂົ້າ ແລະ ສົ່ງອອກລະຫວ່າງລາວ ແລະ ຫວຽດນາມເພີ່ມຂຶ້ນປະມານ 13% ໃນປີ 2018, ແຕະຫຼັກ US$1 ຕື້ໂດລາ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ສອງປະເທດ.

ຕົວເລກດັ່ງກ່າວໄດ້ຮັບການເປີດເຜີຍຜ່ານກອງປະຊຸມຄະນະລັດຖະບານຮ່ວມ ລາວ-ຫວຽດນາມ ສະໄໝ 41 ທີ່ນະຄອນຫຼວງຮາໂນ້ຍ ໃນອາທິດແລ້ວນີ້.

ໃນປີ 2018, ລາວສ້າງລາຍຮັບຈາກການສົ່ງອອກສິນຄ້າໄປປະເທດຫວຽດນາມ US$723.5 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຫວຽດນາມມູນຄ່າ US$552.2 ລ້ານໂດລາ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.

ອ່ານຕໍ່…

ໂຕະຂ່າວ