ສປປ ລາວ ຂາດດຸນການຄ້າ 23 ລ້ານໂດລາ ໃນເດືອນທັນວາ

ອີງຕາມການລາຍງານຂອງກົມການຄ້າຂອງລາວ ໄດ້ບັນທຶກການຂາດດຸນການຄ້າ 23 ລ້ານໂດລາໃນເດືອນທັນວາ, ເຊິ່ງຫຼຸດລົງຢ່າງຫຼວງຫຼາຍກ່ວາການຂາດດຸນການຄ້າ 45 ລ້ານໂດລາແລະ 230 ລ້ານໂດລາທີ່ລາຍງານໃນເດືອນພະຈິກ ແລະ ເດືອນຕຸລາຕາມລໍາດັບ.

ຍອດ​ມູນ​ຄ່າ​ການ​ຄ້າ​ທົ່ວ​ໄປ​ບັນລຸ 1.088 USD ​ໃນ​ເດືອນ​ທັນວາ​ປີ​ກາຍ, ​ໃນ​ນັ້ນ​ມີ​ການ​ສົ່ງ​ອອກ 532 ລ້ານ USD ​ແລະ ການ​ນຳ​ເຂົ້າ​ບັນລຸ 556 ລ້ານ USD.

ສິນຄ້າສົ່ງອອກທີ່ສຳຄັນຂອງເດືອນປະກອບມີ ແຮ່ຄຳ, ແຮ່ເຫຼັກ, ຜະລິດຕະພັນກະດາດ, ໂພແທດຊຽມຄລໍຣີດ, ນ້ຳຕານ, ເຄື່ອງນຸ່ງຫົ່ມ, ປູຢາງ, ມັນຕົ້ນ, ແລະກ້ວຍ.

 ອ່ານເພິີ່ມເຕີມ…

ພອນທຳ ວິຊັບລະ