ສປປ ລາວ ຂາດດຸນການຄ້າຕໍ່າສຸດ 13 ລ້ານໂດລາສະຫະລັດ ໃນເດືອນມັງກອນ

ການຂາດດຸນການຄ້າໃນລາວເພີ່ມຂຶ້ນເປັນ 233 ລ້ານໂດລາສະຫະລັດໃນເດືອນກັນຍາ 2022 ແຕ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ນັ້ນມາ. ​ໃນ​ເດືອນ​ມັງກອນ​ປີ​ນີ້, ມູນ​ຄ່າ​ລວມທາງການ​ຄ້າ​ຂອງ​ລາວ​ມີ​ເຖິງ 935 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນໄດ້ຈາກການ​ສົ່ງ​ອອກ 461 ລ້ານ​ໂດ​ລາ​ສະຫະລັດ ​ແລະ ນຳເຂົ້າ 474 ລ້ານ​ໂດ​ລາ​ສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍໃນເດືອນມັງກອນປະກອບມີມັນຕົ້ນ, ຄໍາ, ແຮ່ຄໍາ, ໂພແທດຊຽມຄລໍລິນ, ເຈ້ຍ ແລະ ຜະລິດຕະພັນທີ່ເຮັດຈາກເຈ້ຍ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ເນື້ອເຍື່ອໄມ້, ເສດເຈ້ຍ, ນໍ້າຕານ, ແລະ ແຮ່ເຫຼັກ.

ອ່ານເພິ່ມເຕີມ…

ມະນີພອນ ວົງພະຈັນ