ລາວຫວັງເພີ່ມຈຳນວນນັກທ່ອງທ່ຽວຈີນໃຫ້ຫຼາຍຂຶ້ນ

(ຂປລ) ລາວຄາດວ່າຈຳນວນນັກທ່ອງທ່ຽວຈາກຈີນຈະເພີ່ມສູງຂຶ້ນໃນປີນີ້. ໃນຂະນະດຽວກັນ ລັດຖະບານຈີນກໍຍັງຢືນຢັນວ່າຈະຮ່ວມມືກັບບັນດາປະເທດເພື່ອສົ່ງເສີມການທ່ອງທ່ຽວໃນອາຊີ.

ງານວາງສະແດງວັດທະນະທຳ ແລະ ການທ່ອງທ່ຽວອາຊີ ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ ປະເທດຈີນ ໃນວັນທີ 16 ພຶດສະພາ. ເຊິ່ງມີຜູ້ຕາງໜ້າຈາກຫຼາຍກວ່າ 47 ປະເທດໃນອາຊີ.

ໃນພິທີເປີດງານດັ່ງກ່າວ ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຄຳເຫັນວ່າ ການທ່ອງທ່ຽວແມ່ນໜຶ່ງໃນຂະແໜງເສດຖະກິດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ວ່ອງໄວໃນຫຼາຍປະເທດໃນອາຊີ ແລະ ທົ່ວໂລກ.

ອ່ານຕໍ່…

ເກີດຂວັນໃຈ ມະລິຈັນສີ