ລາວ, ສະຫະພາບເອີຣົບ ແລະ ຢູນິເຊັບຈະສ້າງຄວາມເຂັ້ມແຂງດ້ານຂໍ້ມູນຂ່າວສານກ່ຽວກັບໂພຊະນາການ

ສະຫະພາບເອີຣົບ (EU) ໄດ້ຄາດຄະເນງົບປະມານ 3 ລ້ານໂດລາສະຫະລັດ ໃນການສ້າງຄວາມເຂັ້ມແຂງດ້ານລະບົບຂໍ້ມູນຂ່າວສານສຳລັບວຽກງານໂພຊະນາການໃນລາວ ແຕ່ປີ 2018-2021 ເຊິ່ງອົງການຢູນິເຊັບຈະເປັນຜູ້ຈັດຕັ້ງປະຕິບັດ.

ໂຄງການໃໝ່ດັ່ງກ່າວ, ເຊິ່ງມີຊື່ວ່າ “ລະບົບຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN), ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອດ້ານການພັດທະນາ ເພື່ອປັບປຸງວຽກງານໂພຊະນາການໃນລາວ ແລະ ເພື່ອສົ່ງເສີມຍຸດທະສາດແຫ່ງຊາດດ້ານໂພຊະນາການ 2016-2025.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ