ລາວ ​ແລະ​ ຈີນ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ຄົ້ນຄວ້າ​ພັດທະນາ​ປັນຍາປະດິດ

ສະຖາບັນຄົ້ນຄວ້າເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານຂອງລາວ ຮ່ວມກັບ ວິທະຍາໄລ ຈົງຊິງ ວິສະວະກຳເອເລັກໂຕຼນິກ ໃນປະເທດຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການພັດທະນາ AI ແລະ Big Data.

ວັນ​ທີ 24 ກຸມພາ​ນີ້, ​ໄດ້​ຈັດ​ກອງ​ປະຊຸມ​ທາງ​ອິນ​ເຕີ​ເນັດ​ລະຫວ່າງ​ສອງ​ຝ່າຍ, ​ແລະ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ໃຫ້​ໂຄງການ​ອົບຮົມ​ເຕັກນິກ ​ແລະ ​ການ​ສຶກສາ​ພັດທະນາ​ຊັບພະຍາກອນ​ມະນຸດ​ທີ່​ກ່ຽວຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ​ອັດສະລິຍະ​ຢູ່​ລາວ.

ຈຸດປະສົງຂອງການຮ່ວມມືຄັ້ງນີ້ ຍັງເປັນການຊ່ວຍປັບປຸງຄວາມສາມາດຂອງສະຖາບັນຄົ້ນຄວ້າຊັ້ນນໍາ ໃນການນຳໃຊ້ເຕັກໂນໂລຊີອັດສະລິຍະ ເພື່ອຊ່ວຍໃນການປະເມີນຕ່າງໆ.

ອ່ານເພິ່ມເຕີມ… 

ຈອນນະທັນ ແມັດເລ