ສູນສະຖະຕິແຫ່ງຊາດລາວ ຄົ້ນຄວ້າການຂະຫຍາຍຕົວຂອງປະຊາກອນໄວໜຸ່ມ

ວຽງຈັນ, 11 ທັນວາ (Xinhua) — ສູນສະຖິຕິແຫ່ງຊາດ ກຳລັງດຳເນີນການຄົ້ນຄວ້າ ເພື່ອປະເມີນອັດຕາການຂະຫຍາຍຕົວຂອງປະຊາກອນໜຸ່ມ ແຕ່ປີ 2015-2035 ເພື່ອເປັນຂໍ້ມູນສະໜັບສະໜູນ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຕາມໜັງສືພິມວຽງຈັນທາມສ໌ໃນວັນພຸດນີ້ ລາຍງານວ່າ ທ່ານ ສະໄໝຈັນ ບຸບຜາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ກ່າວວ່າ, ການສຳຫຼວດປີ 2015 ເຜີຍໃຫ້ເຫັນວ່າ ຄົນໜຸ່ມກວມເອົາກວ່າເຄິ່ງໜຶ່ງຂອງປະຊາກອນລາວ, ເຊິ່ງເປັນອັດຕາສ່ວນທີ່ສູງທີ່ສຸດໃນບັນດາປະເທດອາຊຽນ.

ຂໍ້ມູນຈາກການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສຄັ້ງທີ 4 ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວ 60 ສ່ວນຮ້ອຍມີອາຍຸຕ່ຳກວ່າ 25 ປີ, ໃນຂະນະທີ່ປະຊາກອນທີ່ມີອາຍຸລະຫວ່າງ 10 ເຖິງ 24 ປີ ກວມ 31 ສ່ວນຮ້ອຍ.

ອ່ານຕໍ່…

xuxin