ເສດຖະກິດລາວຍັງຈະຂະຫຍາຍຕົວຢ່າງໝັ້ນຄົງໃນປີ 2019 ແລະ 2020, ຕາມທັດສະນະຂອງ ADB 

(ຂປລ) ໃນປີ 2019 ແລະ 2020,​ ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຍັງຢູ່ໃນລະດັບ 6.5% ພາຍໃຕ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ, ທະນາຄານພັດທະນາອາຊີກ່າວໃນບົດລາຍງານສະບັບຫຼ້າສຸດ.

ບົດລາຍງານພາບລວມການພັດທະນາໃນອາຊີ (ADO) 2019 ຄາດຄະເນວ່າ ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ຈະຍັງຢູ່ໃນລະດັບ 6.5% ທັງສຳລັບປີ 2019 ແລະ 2020.

ການຂະຫຍາຍຕົວຂອງຂະແໜງອຸດສາຫະກຳແມ່ນຄາດວ່າຈະເພີ່ມຂຶ້ນເລັກນ້ອຍເປັນ 8.1% ໃນປີ 2019 ຈາກ 8.0% ໃນປີ 2018, ສ່ວຍໃຫຍ່ແມ່ນຍ້ອນການພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະ ການຂະຫຍາຍການຜະລິດກະແສໄຟຟ້າ.

ອ່ານຕໍ່…

 

ຂປລ