ລາວມີຕົວເລກນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 8% ໃນປີ 2018

(ຂປລ) ໃນປີຜ່ານມາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວທັງໝົດ 4.18 ລ້ານຄົນ, ເພີ່ມຂຶ້ນ 8.2% ທຽບກັບປີ 2017, ຕາມກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ.

ຈຳນວນນັກທ່ອງທ່ຽວຈາກພາກພື້ນອາຊີ-ປາຊິຟິກເພີ່ມຂຶ້ນ 8.4% ເປັນ 3.94 ລ້ານຄົນ ແລະ ຈາກພາກພື້ນຢູໂຣບເພີ່ມຂຶ້ນ 3% ເປັນປະມານ 165,000 ຄົນ.

ອ່ານຕໍ່…

 

ຂປລ