ກະຊວງເປີດຕົວໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ເປີດຕົວໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ (LCT) ເພື່ອຈຸດປະສົງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດທຸກປະເພດ, ເປັນຕົ້ນແມ່ນທຸລະກິດຂະໜາດຍ່ອຍ, ທຸລະກິດຂະໜາດນ້ອຍ, ແລະ ທຸລະກິດຂອງແມ່ຍິງ. 

ກອງປະຊຸມເປີດໂຄງການໃນວັນສຸກແລ້ວນີ້ ມີຜູ້ເຂົ້າຮ່ວມກວ່າ 100 ຄົນຈາກຕາງໜ້າຄຸ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຂະແໜງການເອກະຊົນ.

ຈຸດປະສົງຂອງໂຄງການແມ່ນແນໃສ່ສ້າງຄວາມສະດວກດ້ານລະບຽບການທາງທຸລະກິດ, ອຳນວຍຄວາມສະດວກດ້ານການຄ້າ, ແລະ ສົ່ງເສີມຄວາມສາມາດໃນການແຂ່ງຂັນໃນລະດັບທຸລະກິດ ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8.

ອ່ານຕໍ່…

ໂຕະຂ່າວ