ເທດສະການອາຫານລາວ 2019 ເລີ່ມເປີດສາກແລ້ວ

(ຂປລ) ປະຊາຊົນລາວທ້ອງຖິ່ນ ແລະ ຕ່າງປະເທດ ຈຳນວນຫຼາຍຫຼັ່ງໄຫຼເຂົ້າໄປສວນເຈົ້າອານຸວົງ ໃນວັນທີ 23 ມັງກອນນີ້ ເພື່ອຢ້ຽມຊົມເທດສະການອາຫານລາວ ເຊິ່ງມີບູ໊ດວາງສະແດງອາຫານ, ຜະລິດຕະພັນກະສິກຳ ແລະ ຫັດຖະກຳທັງພາຍໃນ ແລະ ຕ່າງປະເທດ ກວ່າ 180 ບູ໊ດ.

ງານດັ່ງກ່າວຈະມີຂຶ້ນແຕ່ວັນທີ 23-26 ມັງກອນນີ້ ແຕ່ເວລາ 8:00 ເຊົ້າເຖິງ 10.00 ແລງ, ແນໃສ່ສົ່ງເສີມການອະນຸລັກອາຫານລາວທ້ອງຖິ່ນ ແລະ ວັດທະນະທຳທີ່ກ່ຽວຂ້ອງ, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກປະເທດອາຊຽນໃຫ້ເຂົ້າມາທ່ຽວລາວ, ແລະ ເປັນການສົ່ງເສີມໂອກາດສຳລັບຜູ້ປະກອບການແມ່ຍິງ ໃນຂະແໜງທຸລະກິດອາຫານ ໃນການນຳສະເໜີສິນຄ້າ ແລະ ການບໍລິການຂອງເຂົາເຈົ້າ, ອີງຕາມ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດແມ່ຍິງລາວ.

ອ່ານຕໍ່…

ຂປລ