ທະນາຄານໂລກ: ການຂະຫຍາຍຕົວດ້ານເສດຖະກິດຂອງລາວຍັງຄົງຢືດຢຸ່ນ ພາຍໃຕ້ຄວາມບໍ່ແນ່ນອນທີ່ເພີ່ມທະວີໃນທົ່ວໂລກ

ການຂະຫຍາຍຕົວດ້ານເສດຖະກິດຂອງລາວ ຄາດວ່າຈະບັນລຸ 6.9 ເປີເຊັນ ໃນປີ 2019-2020, ຕາມບົດລາຍງານເສດຖະກິດກ່ຽວກັບພາກພື້ນ ສະບັບຫຼ້າສຸດຂອງທະນາຄານໂລກ (WB). 

ພາຍໃຕ້ການຂະຫຍາຍຕົວຂອງຂະແໜງພະລັງງານ, ການເຕີບຕົວດ້ານໂອກາດໃນຂະແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ອັນເປັນຜົນມາຈາກການຮັດແໜ້ນຄວາມສາມັກຄີພາຍໃນພາກພື້ນ, ແລະ ການປະຕິຮູບເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ, ການຂະຫຍາຍຕົວດ້ານເສດຖະກິດຂອງລາວຄາດວ່າຈະເພີ່ມຂຶ້ນໃນປີ 2019-2020 ຕາມການເປີດເຜີຍຫຼ້າສຸດຂອງທະນາຄານໂລກໃນເດືອນກັນຍາຜ່ານມາ. 

ການຂະຫຍາຍຕົວດ້ານເສດຖະກິດຂອງລາວຄາດວ່າຈະຜ່ອນລົງເປັນ 6.7 ເປີເຊັນໃນປີ 2018, ຫຼຸດລົງຈາກ 6.9 ເປີເຊັນໃນປີ 2017, ແຕ່ກໍຍັງຄົງເຂັ້ມແຂງທຽບກັບບັນດາປະເທດໃນພາກພື້ນ. 

ອ່ານຕໍ່…

ນັກຂ່າວວຽງຈັນທາມສ໌