ການບິນລາວຍັງຄົງຮັກສາລະດັບມາດຕະຖານຄວາມປອດໄພສາກົນ

ພິທີເຊັນສັນຍາໄດ້ມີຂຶ້ນໃນມື້ວານນີ້ ທີ່ສຳນັກງານໃຫຍ່ບໍລິສັດການບິນລາວ ວັດໄຕ ລະຫວ່າງທ່ານ ບຸນມາ ຈັນທະວົງສາ ປະທານລັດວິສາຫະກິດການບິນລາວ ແລະ ທ່ານກັບຕັນ ຣິສເຊີວານ ຣາຊິດ ປະທານບໍລິສັດ Avia Nautics.

ບໍລິສັດຂອງກັບຕັນຣາຊິດ ຈະທຳໜ້າທີ່ເປັນທີ່ປຶກສາໃຫ້ແກ່ການບິນລາວ ເພື່ອສືບຕໍ່ໂຄງການເສີມຂະຫຍາຍການກວດສອບຄວາມປອດໄພໃນການປະຕິບັດການ IATA (E-IOSA), ເຊິ່ງເປັນລະບົບການປະເມີນຜົນສຳລັບການບໍລິຫານ ແລະ ຄວບຄຸມການປະຕິບັດການຂອງສາຍການບິນ ທີ່ເປັນທີ່ຮັບຮູ້ ແລະ ຍອມຮັບໃນສາກົນ.

ການບິນລາວຍັງຄົງສາມາດຮັກສາມາດຕະຖານຄວາມປອດໄພທາງອາກາດໄດ້ເປັນຢ່າງດີ,​ ເຊິ່ງຮັບປະກັນຄວາມປອດໄພຂອງເຮືອບິນແຕ່ລະລຳໃນລະດັບສູງສຸດ ແລະ ຄວາມປອດໄພສຳລັບຜູ້ໂດຍສານ. ການບິນລາວໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໂລກຈາກສະມາຄົມການຂົນສົ່ງທາງອາກາດສາກົນ IATA ໃນທຸກປີ ນັບແຕ່ປີ 2015 ເປັນຕົ້ນມາ.

ອ່ານຕໍ່…

The Laotian Times