ອັດຕາເງິນເຟີ້ໃນເດືອນມັງກອນເພີ່ມຂຶ້ນສູ່ລະດັບສູງເຖິງ 40.3 ສ່ວນຮ້ອຍ

ອັດຕາເງິນເຟີ້ໃນລາວ ທຽບໃສ່ປີກາຍນີ້ ເພີ່ມຂຶ້ນເຖິງ 40.3% ໃນເດືອນມັງກອນ ເຊິ່ງເປັນອັດຕາທີ່ສູງທີ່ສຸດໃນຮອບ 23 ປີ ອີງຕາມການລາຍງານຫລ້າສຸດຂອງສູນສະຖິຕິຂອງລາວ. ລັດ​ຖະ​ບານ​ກຳລັງ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ການ​ເພີ່ມ​ຂຶ້ນ​ຂອງ​ລາ​ຄາ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ແຕ່​ລາ​ຄາ​ບໍ່​ມີ​ທ່າ​ອ່ຽງ​ຈະ​ຫຼຸດ​ລົງ.
ປະເທດລາວເປັນປະເທດໜຶ່ງໃນອັດຕາເງິນເຟີ້ທີ່ສູງທີ່ສຸດໃນເອເຊຍ ເຊິ່ງເຮັດໃຫ້ປະຊາຊົນສົງໃສວ່າ ເມື່ອໃດທີ່ດັດຊະນີລາຄາຜູ້ບໍລິໂພກຈະຮອດຈຸດສູງສຸດ ແລະ ຈະກັບຄືນສູ່ລະດັບທີ່ຄຸ້ມຄອງໄດ້ຫຼືບໍ່.

ອ່ານເພິ່ມເຕີມ… 

ສົມສັກ ພົງຂາວ