ການສະເຫຼີມສະຫຼອງວັນຊາວໜຸ່ມສາກົນຂົວຂວາຍຊ່ອງທາງໃນການປະຕິຮູບການສຶກສາ

ຊາວໜຸ່ມກວ່າ 300 ຄົນຈາກທົ່ວປະເທດໄດ້ເຂົ້າຮ່ວມປະຊຸມຢູ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນໃນວັນພຸດຜ່ານມານີ້ ເພື່ອສະເຫຼີມສະຫຼອງວັນຊາວໜຸ່ມສາກົນ (12 ສິງຫາ) ພາຍໃຕ້ຫົວຂໍ້ທົ່ວໂລກ “ການປະຕິຮູບການສຶກສາ.”

ພາຍໃຕ້ການສະໜັບສະໜູນຂອງອົງການກອງທຶນເພື່ອປະຊາກອນ ສະຫະປະຊາຊາດ (UNFPA) ແລະ ສູນການຊາວໜຸ່ມປະຊາຊົນປະຕິວັດລາວ, ວັນຊາວໜຸ່ມສາກົນ ໄດ້ເປີດໂອກາດໃຫ້ມີການສະເຫຼີມສະຫຼອງ ແລະ ສົ່ງເສີມການປະກອບສ່ວນຂອງຊາວໜຸ່ມໃນຂົງເຂດການສຶກສາ ແລະ ການສົ່ງເສີມບົດບາດຂອງຊາວໜຸ່ມໃນການເພີ່ມທະວີຄວາມສະເໝີພາບ ແລະ ຄວາມເທົ່າທຽມດ້ານການສຶກສາ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ