ວິທີການວາງແຜນຂອງລາວໃນການສຶກສາອົບຮົມຜູ້ນຳຮຸ່ນໃໝ່

ປະຊາກອນລາວເກືອບສອງໃນສາມມີອາຍຸຕ່ຳກວ່າ 14 ປີ ຕາມຂໍ້ມູນສະຖິຕິໂລກຂອງ CIA. ຄົນໜຸ່ມນ້ອຍທີ່ມີຄ່າມັດທະຍະຖານອາຍຸບໍ່ເກີນ 22 ປີເຫຼົ່ານີ້ໃນອະນາຄົດຂ້າງໜ້າຈະກາຍມາເປັນຖັນແຖວພະນັກງານພັກລັດ ແລະ ຜູ້ນຳທຸລະກິດຂອງລາວ.

ທ່ານ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາກ່າວວ່າ ນີ້ຄືອະນາຄົດຂອງຊາດລາວ, ເຊິ່ງຈະເຕີບໂຕເປັນພົນລະເມືອງທີ່ດີ, ມີກຽດ, ມີສຸຂະພາບດີ ແລະ ມີຄວາມຮູ້ຄວາມສາມາດ. ດັ່ງນັ້ນມັນຈຶ່ງເປັນໄລຍະສຳຄັນທີ່ກະຊວງສຶກສາຈະປະຕິຮູບການສຶກສາໃນລາວ ແລະ ປັບປຸງທຶນມະນຸດຂອງຊາດ.

ອ່ານຕໍ່..

ອາປາລະ ພັດທະຊາຍະ