ແຂວງອຸດົມໄຊຂອງລາວ ກວດພົບເຊື້ອໄຂ້ຫວັດນົກສາຍພັນ H5N6 

ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ອອກແຈ້ງການວ່າ ອຳນາດການປົກຄອງໄດ້ກວດພົບເຊື້ອໄວຣັສ໌ໄຂ້ຫວັດສັດປີກ ສາຍພັນ H5N6  ໃນເປັດທີ່ວາງຂາຍໃນຕະຫຼາດແຫ່ງໜຶ່ງຂອງເມືອງໄຊ.

ໃນວັນທີ 8 ຕຸລານີ້ ທີມງານກົມລ້ຽງສດ ແລະ ການປະມົງ ຮ່ວມກັບເຈົ້າໜ້າທີ່ເມືອງໄຊ ໄດ້ເກັບຕົວຢ່າງເປັດ ແລະ ໄກ່ຈຳນວນ 61 ຕົວຢ່າງ ຈາກຕະຫຼາດບ້ານຕິນ ເມືອງໄຊ. ຈາກການທົດສອບໃນຫ້ອງວິໄຈ ຢັ້ງຢືນວ່າພົບເຊື້ອໄວຣັສ໌ H5N6. 

ເຈົ້າໜ້າທີ່ລາຍງານວ່າ ມີເປັດໄກ່ປະມານ 300-400 ໂຕ ທີ່ມາຈາກປະເທດເພື່ອນບ້ານ ແລະ ນຳເຂົ້າຜ່ານດ່ານສາກົນແຂວງງບໍ່ແກ້ວ, ກ່ອນຈະມີການຈັດສົ່ງມາຈຳໜ່າຍໃນຕະຫຼາດແຂວງອຸດົມໄຊດັ່ງກ່າວ.

ອ່ານຕໍ່…

Cameron Darke
https://laotiantimes.com/2019/10/11/h5n6-avian-flu-detected-in-oudomxay-province-laos/