ຊຸມຊົນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບເຄື່ອງຊ່ວຍເຫຼືອເພີ່ມເຕີມ

ແຂວງສະຫວັນນະເຂດ: ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ລັດຖະບານນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ນຳເອົາເຄື່ອງບັນເທົາທຸກສຸກເສີນ ມູນຄ່າ 161 ລ້ານກວ່າກີບ ໄປມອບໃຫ້ແກ່ຊຸມຊົນເມືອງຊົນບູລີ ທີ່ປະສົບໄພນ້ຳຖ້ວມໃນໄລຍະຜ່ານມາ.

ທ່ານ ສອນໄຊ ປະທານຄະນະສະເພາະກິດຮັບຜິດຊອບການຮັບມືຫຼັງໄພພິບັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອດັ່ງກ່າວໃນນາມຂອງລັດຖະບານ.

ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນເຄື່ອງທີ່ໄດ້ຮັບບໍລິຈາກມາຈາກມະຫາຊົນ ມີມູນຄ່າລວມ 161,400,000 ກີບ. ເຊິ່ງລວມມີເຂົ້າສານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ໝີ່, ແລະ ເກີບສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ.

ອ່ານຕໍ່…

ພົມພົງ ເຫຼົາອິນ