ຂ່າວເດັ່ນ: ຊາວບ້ານກັງວົນເລື່ອງປາຕາຍຍ້ອນສານເຄມີ ເຮັດໃຫ້ເມືອງສັງທອງຕ້ອງສົ່ງເສີມມາດຕະການກະສິກຳທີ່ດີ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານກ່າວວ່າປາ ແລະ ສັດນ້ຳໃນແມ່ນ້ຳຕອນຫຼຸດຈຳນວນລົງ ນັບຕັ້ງແຕ່ບໍລິສັດສົ່ງເສີມການຜະລິດຢົງເຈີນຂາເຂົ້າ-ຂາອອກ ຂອງຈີນເລີ່ມມີການປູກກ້ວຍໃນປີ 2014. 

ປະຊາຊົນບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ອາໄສແມ່ນ້ຳຕອນໃນການດຳລົງຊີວິດ. ສາຍນ້ຳດັ່ງກ່າວເປັນອູ່ເຂົ້າອູ່ປາຂອງຊຸມຊົນ ແລະ ສ້າງລາຍຮັບໃຫ້ແກ່ຊາວປະມົງ. ນອນນັ້ນຍັງເປັນແຫຼ່ງນ້ຳດື່ມສຳລັບສັດນາໆຊະນິດທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ. ປະຊາຊົນກໍອາໄສນ້ຳຈາກແມ່ນ້ຳໃນການນຳໃຊ້ປະຈຳວັນເຊັ່ນ ການດື່ມ, ການອາບ, ແລະ ການລ້າງສ່ວຍຕ່າງໆ.

ອ່ານຕໍ່…

ໄຊຊະນະ ລືໄກ