ອີຢູ ຮ່ວມກັບ ຢູນິເຊັບ ໃນການປັບປຸງວຽກງານໂພຊະນາການຢູ່ແຂວງຜົ້ງສາລີ

(ຂປລ) ໃນວັນຈັນຜ່ານມາ ຄະນະຜູ້ແທນນຳໂດຍທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດສະຫະພາບຢູໂຣບປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽນ ບີໂວ ຜູ້ຕາງໜ້າອົງການຢູນິເຊັບ, ໄດ້ລິເລີ່ມການລົງຢ້ຽມຢາມເມືອງບຸນເໜືອ ແລະ ເມືອງຍອດອູ ແຂວງຜົ້ງສາລີ ເປັນໄລຍະສີ່ວັນ ເພື່ອສັງເກດການການແຊກແຊງດ້ານໂພຊະນາການ ພາຍໃຕ້ໂຄງການການຮ່ວມມືເພື່ອການປັບປຸງດ້ານໂພຊະນາການ (PIN).

ທີ່ບ້ານຫ້ວຍໜຶ່ງ ເມືອງບຸນເໜືອ ແລະ ບ້ານສະຫວ່າງ ເມືອງຍອດອູ, ຄະນະຜູ້ແທນດັ່ງກ່າວຈະເຂົ້າສອງຮ່ວມກິດຈະກຳການເຂົ້າເຖິງດ້ານສຸຂະພາບຮ່ວມ ເຊິ່ງເປັນຍຸດທະສາດການນຳສົ່ງການບໍລິການເຊິ່ງນຳພາໂດຍລັດຖະບານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການສຳລັບປະຊາຊົນໃນບ້ານທີ່ບໍ່ມີສຸກສາລາ.

ອ່ານຕໍ່…

 

ຂປລ