ງານຕະຫຼາດນັດພືດພັນ ເພື່ອຈຸດປະສົ່ງສົ່ງເສີມຊາວກະສິກອນ

ກົມສົ່ງເສີມການຄ້າ ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບກຸ່ມຊາວກະສິກອນນະຄອນຫຼວງວຽງຈັນ ຈັດການສົ່ງເສີມການຂາຍຜົນຜະລິດທີ່ປູກໃນຄົວເຮືອນ ໃຫ້ແກ່ຜູ້ບໍລິໂພກທ້ອງຖິ່ນ ຜ່ານງານຕະຫຼາດນັດພືດພັນ.

ທາງກົມຈະຈັດງານຕະຫຼາດນັດພືດພັນວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ໃນວັນເສົານີ້,​ ເພື່ອຊ່ວຍສົ່ງເສີມຊາວກະສິກອນ ໃນການຂະຫຍາຍຖານລູກຄ້າ ແລະ ສົ່ງເສີມໃຫ້ຜູ້ບໍລິໂພກ ຫັນມາຊື້ຜົນຜະລິດຈາກຟາມທ້ອງຖິ່ນ.

ງານຕະຫຼາດນັດດັ່ງກ່າວ ຈະເນັ້ນສະແດງຜົນຜະລິດຈາກເກົ້າຕົວເມືອງ ໃນນະຄອນຫຼວງວຽງຈັນ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌