ເວັບໄຊເປັນພາສາຈີນແນໃສ່ດຶງດູດນັກທ່ອງທ່ຽວຈີນ

ສຳລັບຊາວຈີນທີ່ຄິດຢາກຈະມາທ່ຽວເມືອງລາວຈະໄດ້ຮັບຂໍ້ມູນຂ່າວສານໃໝ່ໆ ແລະ ທັນສະໃໝກ່ຽວກັບລາວໃນໄວໆນີ້ ເນື່ອງຈາກກົມການຕະຫຼາດການທ່ອງທ່ຽວຈະສ້າງພາກສ່ວນເວັບໄຊເປັນພາສາຈີນເພື່ອສະໜອງຂໍ້ມູນຂ່າວສານ.

ກົມດັ່ງກ່າວເຊິ່ງຢູ່ພາຍໃຕ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫວັງວ່າພາກສ່ວນເວັບໄຊພາສາຈີນຈະສຳເລັດພາຍໃນເດືອນກໍລະກົດນີ້. ເຊິ່ງນີ້ແມ່ນແນໃສ່ສະໜອງຂໍ້ມູນຂ່າວສານກ່ຽວກັບສະຖານທີ່ທ່ອງທ່ຽວຂອງລາວ ເພື່ອດຶງດູດນັກທ່ຶງທ່ຽວຈາກຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼານຂຶ້ນ ໂດຍສະເພາະປະເທດຈີນ.

ອ່ານຕໍ່…

ວິສິດ ເທບພະລັດ