ການລົງນາມຂໍ້ຕົກລົງກ່ຽວກັບຂອບໂຄງສ້າງທາງດ່ວນຈີນ-ລາວ

ວຽງຈັນ, 29 ພຶດສະພາ (Xinhua) –– ກຸ່ມບໍລິສັດກໍ່ສ້າງ ແລະ ຖືຫຸ້ນການລົງທຶນຢຸນນານປະເທດຈີນ (YCIH) ແລະ ກະຊວງແຜນການ ແລະ ການລົງທຶນຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບຂອບການຮ່ວມມືສຳລັບການກໍ່ສ້າງທາງດ່ວນຈີນ-ລາວ ທີ່ນະຄອນຫຼວງວຽງຈັນ.

ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມໃນວັນອັງຄານຜ່ານມານີ້, ທັງສອງຝ່າຍຈະຍຶດໝັ້ນຕາມຫຼັກການການມີຜົນປະໂຫຍດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການພັດທະນາຮ່ວມກັນ, ແລະ ການດຳເນີນການຄ້າພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງຝ່າຍ, ເພື່ອຮ່ວມກັນພັດທະນາໂຄງການກໍ່ສ້າງທາງດ່ວນຈີນ-ລາວ. ທັງສອງຝ່າຍຈະລົງທຶນຮ່ວມກັນ ໃນການກໍ່ສ້າງແຕ່ລະຕອນທາງຂອງໂຄງການບົນພື້ນຖານ “ສປສ” (ສ້າງ-ປະຕິບັດ-ສົ່ງມອບ).

ເສັ້ນທາງດ່ວນວຽງຈັນ-ວັງວຽງທີ່ພວມດຳເນີນການກໍ່ສ້າງນີ້ມີໄລຍະ 109.1 ກມ, ແລະ ມີມູນຄ່າປະມານ 1.3 ຕື້ໂດລາສະຫະລັດ. ເສັ້ນທາງສີ່ເລນດັ່ງກ່າວຈະຊ່ວຍປະຢັດເວລາໃນການເດີນທາງຈາກວຽງຈັນເຖິງວັງວຽງປະມານ 2.5 ຊົ່ວໂມງພາຍຫຼັງສຳເລັດໂຄງການ, ເຫຼືອພຽງປະມານ 1.5 ຊົ່ວໂມງດ້ວຍລົດສ່ວນຕົວ.

ອ່ານຕໍ່…

ຫຼຽງຢູ
http://www.xinhuanet.com/english/2019-05/30/c_138100669.htm