ໂຄງການ ‘ເງິນເພື່ອວຽກ’ ຈະສ້າງປະໂຫຍດໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຈະໄດ້ຮັບຜົນປະໂຫຍດຈາກໂຄງການ ‘ເງິນເພື່ອວຽກ’ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການສະຫະປະຊາດເພື່ອການພັດທະນາ.

ໂຄງການດັ່ງກ່າວແມ່ນເລີ່ມແຕ່ປີ 2018 ເພື່ອຊ່ວຍເຫຼືອຄອບຄົວທີ່ອ່ອນໄຫວຕໍ່ໄພພິບັດທີ່ສຸດ ເຊັ່ນ ຊາວກະສິກອນທີ່ຕ້ອງເຊົ່າທີ່ດິນ ຫຼື ຜູ້ອອກແຮງງານທີ່ບໍ່ມີພື້ນທີ່ທຳການຜະລິດຂອງໂຕເອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນສີ່ເມືອງຂອງແຂວງຄຳມ່ວນ ຄື ເມືອງມະຫາໄຊ, ຍົມມະລາດ, ຫີນບູນ ແລະ ໜອງບົກ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ