ແອັບພລິເຄຊັນ ບີຢອນ ຈະຊ່ວຍໃຫ້ທ່ານຄົ້ນຫາແຫຼ່ງທ່ອງທ່ຽວ ແລະ ທີ່ພັກໃນງ່າຍຂຶ້ນ

ຈັງຫວັດອຸດອນທານີ ຮ່ວມກັບນະຄອນຫຼວງວຽງຈັນ ແລະ ບໍລິສັດ ບີຢອນ ຈຳກັດ ໄດ້ຮ່ວມກັນເປີດໂຕ 4 ແອັບພລິເຄຊັນ ຄື: ບີຢອນ ອຸດອນ ຊິຕີ້ ( BEYON UDON CITY ); ບີຢອນ ຂອນແກ່ນ ຊິຕີ້ ( BEYON KHON KAEN CITY ); ບີຢອນ ໜອງຄາຍ ຊິຕີ້ ( BEYON NONG KHAI CITY ) ແລະ ບີຢອນ ເມືອງລາວ ( BEYON MUANG LAO ) ເຊິ່ງເປັນແອັບພລິເຄຊັນທີ່ລວບລວມເອົາສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານຄ້າ ແລະ ຮ້ານອາຫານມາໄວ້ໃນບ່ອນດຽວ ເພື່ອຊ່ວຍໃຫ້ທ່ານຊອກຫາຂໍ້ມູນການທ່ອງທ່ຽວໄດ້ສະດວກ, ວ່ອງໄວ, ລາຄາຖືກ ທັງເປັນການສົ່ງເສີມການທ່ອງທ່ຽວສອງຝັ່ງຂອງ ( ລາວ ແລະ ໄທ ) ໃຫ້ມີຄວາມຄຶກຄື້ນຫຼາຍຂຶ້ນ.

ອ່ານຕໍ່…

ລາວອີໂກໂນມິກເດລີ